ພະແນກມາດຕະຖານແຫ່ງຊາດ ຂຽນດ້ວຍອັກສອນຫຍໍ້ວ່າ “ພມຊ” ສັງກັດຢູ່ໃນກົງຈັກຂອງກົມມາດຕະຖານ ແລະ ວັດແທກ, ມີບົດບາດ ເປັນເສນາທິການໃຫ້ແກ່ກົມໃນການກຳນົດຍຸດທະສາດ, ນະໂຍບາຍການຄຸ້ມຄອງມະຫາພາກ ແລະ ການບໍລິການ ກ່ຽວກັບ ວຽກງານມາດຕະຖານ ແລະ ວຽກງານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ ໃນຂອບເຂດທົ່ວປະເທດ ເຊິ່ງມີໜ້າທີຮັບຜິດຊອບ ດັ່ງນີ້:
- ກຳນົດແຜນໃນການສ້າງ, ພັດທະນາມາດຕະຖານຊາດໃນແຕ່ລະໄລຍະ;
- ຄຸ້ມຄອງວຽກງານການພັດທະນາມາດຕະຖານແຫ່ງຊາດ ແລະ ພິຈາລະນາບັນດາຮ່າງລະບຽບການເຕັກນິກ ຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງພາຍໃຕ້ຂອບສັນຍາສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າກ່ອນການເຊັນຮັບຮອງ;
- ເປັນກອງເລຂາໃຫ້ສະພາມາດຕະຖານແຫ່ງຊາດ ແລະ ຄະນະກຳມະການເຕັກນິກແຫ່ງຊາດໃນການສຶກສາ ຄົ້ນຄວ້າ, ຮຽບຮຽງ ແລະ ພັດທະນາມາດຕະຖານແຫ່ງຊາດ;
- ພົວພັນຮ່ວມມືກັບສາກົນ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ກ່ຽວກັບ ວຽກງານມາດຕະຖານ ຕາມການມອບໝາຍຂອງກົມ;
- ເປັນຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງອົງການການຄ້າໂລກທີ່ກ່ຽວຂ້ອງກັບ ມາດຕະຖານ, ລະບຽບການເຕັກນິກ ແລະ ການປິເມີນຄວາມສອດຄ່ອງ;