ກົມມາດຕະຖານ ແລະ ວັດແທກ ມີແບບແຜນວິທີການເຮັດວຽກດັ່ງລຸ່ມນີ້:
1. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ; ປະຕິບັດ ແລະ ແກ້ໄຂວຽກງານ ຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ; ປະສານສົມທົບຢ່າງແໜ້ນ ກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອຮັບປະກັນ ໃຫ້ພາລະ ບົດບາດໄດ້ຮັບການຈັດຕັ້ງປະຕິບັດຢ່າງດີ.
2. ເຮັດວຽກວຽກມີການກວດກາ, ຕິດຕາມ, ຊຸກຍູ້ ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາ ຜົນໄດ້ຮັບ ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງ ຢ່າງເຂັ້ມງວດ.
3. ປະຕິບັດລະບອບປະຊຸມປະຈໍາເດືອນ 3 ເດືອນ 6 ຫຼື ປະຈຳປີ ແລະ ປະຕິບັດລະບອບລາຍງານ ໃຫ້ຂຶ້ນ ເທິງ ແລະ ລັດຖະບານເປັນປົກກະຕິ;
4. ປະຕິບັດການພົວພັນປະສານງານພາຍໃນແລະ ພາຍນອກໃຫ້ສອດຄ່ອງຕາມລະບຽບຫຼັກການ.