ໂຄງປະກອບກົງຈັກ ກົມມາດຕະຖານ ແລະ ວັດແທກ
ໂຄງປະກອບກົງຈັກ ຂອງກົມມາດຕະຖານ ແລະ ວັດແທກ ປະກອບມີ ດັ່ງນີ້:
1. ພະແນກ ຄົ້ນຄວ້າ-ສັງລວມ;
2. ພະແນກ ມາດຕະຖານ ແຫ່ງຊາດ;
3. ພະແນກ ຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີວຽກງານມາດຕະຖານ ແລະ ວັດແທກ:
4. ພະແນກ ຄົ້ນຄວ້າ ແລະ ພັດທະນາວຽກງານມາດຕະຖານ ແລະ ວັດແທກ:
5. ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນພະພາບແຫ່ງຊາດ;
6. ສູນວັດແທກແຫ່ງຊາດ,
7. ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ:
8. ສູນຮັບຮອງລະບົບ ISO ແຫ່ງຊາດ;
9. ສູນກວດສອບຄຸນນະພາບແບບບໍ່ທໍາລາຍ.
ໂຄງປະກອບບຸກຄະລາກອນກົມມາດຕະຖານ ແລະ ວັດແທກ
1. ຫົວໜ້າກົມ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນໍາຂົງເຂດວຽກງານກ່ຽວ ກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານ ຂອງກົມ;
ໃນເວລາຫົວໜ້າກົມ ຕິດຂັດຕ້ອງມອບສິດເປັນລາຍລັກອັກສອນ ໃຫ້ຮອງຫົວໜ້າກົມ ທ່ານໃດ ທ່ານໜຶ່ງ ຮັກສາການແທນ.
2. ຮອງຫົວໜ້າກົມ ຈໍານວນໜຶ່ງ ຊ່ວຍຫົວໜ້າກົມ ຊີ້ນໍາວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການ ມອບໝາຍ ຮັບຜິດຊອບຕໍ່ຫົວໜ້າກົມກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນວຽກງານທີ່ຕົນຊີ້
ຮອງຫົວໜ້າກົມຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາ ການແທນນັ້ນ ໃຫ້ຫົວໜ້າກົມພາຍຫຼັງກັບມາປະຈຳການ.
3. ຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຮອງຫົວໜ້າສູນ ແລະ ພະນັກງານວິຊາການ ຈໍານວນໜຶ່ງ ຕາມການກໍານົດຕ້າແໜງງານ;
ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.