ສູນຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ
- ພາລະບົດບາດ
ຄຸ້ມຄອງວຽກງານຂໍ້ມູນຂ່າວສານ, ສ້າງຈິດສໍານຶກຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ, ພົວພັນຮ່ວມມືປະສານກັບອົງການຈັດຕັ້ງຕ່າງໆ ຂອງພາຍໃນ ແລະ ສາກົນ, ຈັດຕັ້ງກອງປະຊຸມ, ຝຶກອົບຮົມ, ສໍາມະນາເຜີແຜ່ວຽກງານມາດຕະຖານ ແລະ ວັດແທກໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ.
ເກັບກໍາຂໍ້ມູນຜູ້ຊ່ຽວຊານ, ຂໍ້ມູນຫ້ອງທົດລອງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ແລະ ໃຫ້ຄໍາປຶກສາກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ.
2. ໜ້າທີ່
- ຄົ້ນຄ້ວາຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຄຳແນະນຳ ຂອງຂັ້ນເທິງໃຫ້ເປັນວຽກລະອຽດ ຂອງ ສູນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
- ເປັນເສນາທິການໃຫ້ແກ່ກົມ, ໃນການຄົ້ນຄ້ວາ, ຄຸ້ມຄອງວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ຄວາມທັນສະໄໝ;
- ພັດທະນາ, ນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທັນສະໄໝ, ປັບປຸງລະບົບທັນສະໄໝ ແລະ ດີຈີຕອນຂອງ ວຽກງານມາດຕະຖານ ແລະ ວັດແທກ;
- ຄົ້ນຄ້ວາ, ປັບປຸງທາງດ້ານເຕັກນິກໃນການເຊື່ອມໂຍງ, ເຊື່ອມຈອດກັບພາຍໃນ ແລະ ສາກົນ ຂອງວຽກງານຂໍ້ມູນຂ່າວສານຂອງກົມ;
- ຄົ້ນຄ້ວາ, ຂຶ້ນແຜນຄວາມຕ້ອງການໃນການພັດທະນາຖານຂໍ້ມູນ ເພື່ອໃຊ້ໃນການຄຸ້ມຄອງ ແລະ ບໍາລຸງຮັກສາເຄື່ອງມືທັນສະໄໝ, ລະບົບເອເລັກໂຕຣນິກທີ່ນຳໃຊ້ເຂົ້າໃນວຽກງານມາດຕະຖານ ແລະ ວັດແທກ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງກອງປະຊຸມ, ຝຶກອົບຮົມ, ສໍາມະນາກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ;
- ປະເມີນຜົນຂອງການຝຶກອົບຮົມຕາມຫຼັກສູດທີ່ກຳນົດໄວ້ ເພື່ອລາຍງານກົມ.
- ເກັບກຳ, ຄຸ້ມຄອງຖານຂໍ້ມູນວຽກງານມາດຕະຖານ ແລະ ວັດແທກ;
- ປະກອບສ່ວນຄົ້ນຄ້ວາ, ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ;
- ເກັບກຳຂໍ້ມູນຜູ້ຊ່ຽວຊານ, ຂໍ້ມູນຫ້ອງທົດລອງກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ຢູ່ພາຍໃນປະເທດ;
- ໃຫ້ຄຳປຶກສາຫາລື, ສະໜອງຂໍ້ມູນໂຄສະນາເຜີຍແຜ່, ສ້າງຈິດສຳນຶກຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ;
- ພົວພັນຮ່ວມມື ປະສານກັບອົງການຈັດຕັ້ງຕ່າງໆ ຂອງພາຍໃນ ແລະ ສາກົນ ກ່ຽວກັບການສະໜອງຂໍ້ມູນຂ່າວສານວຽກງານມາດຕະຖານ ແລະ ວັດແທກ;
- ສະຫຼຸບສັງລວມລາຍງານການເຄື່ອນໄຫວ ການຈັດຕັ້ງປະຕິບັດແຜນການປະຈຳອາທິດ, ປະຈຳເດືອນ ປະຈຳງວດ ແລະ ປະຈຳປີຂອງສູນ;
- ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສຳມະນາ ຫຼືຝຶກອົບຮົມ ທີ່ຕິດພັນກັບໜ້າທີ່ວຽກງານຂອງພະແນກ ແລະ ພາລະບົດບາດຂອງກົມ ຕາມການມອບໝາຍຂອງຄະນະກົມ;
- ປະຕິບັດໜ້າທີອື່ນ ແລະ ຕາມການຕົກລົງ ແລະ ມອບໝາຍ ຂອງຄະນະກົມ.