ກົມມາດຕະຖານ ແລະ ວັດແທກ

ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ

    1. ພາລະບົດບາດສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ

    ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ຂຽນດ້ວຍຕົວອັກສອນຫຍໍ້ວ່າ “ສຢກຊ” ເປັນພາສາອັງກິດແມ່ນ “National Standards Certification and Quality Inspection Center” ຂຽນດ້ວຍຕົວອັກສອນຫຍໍ້ວ່າ “NSCQIC” ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂອງກົມມາດຕະຖານ ແລະ ວັດແທກ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຄະນະນຳຂອງກົມມາດຕະຖານ ແລະ ວັດແທກ ໃນການກໍານົດນະໂຍບາຍ, ຍຸດທະສາດ ການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ໃນຂອບເຂດທົ່ວປະເທດ.

    2. ວຽກງານການບໍລິການຂອງສູນ ຢກຊ ປະກອບມີ:

    1. ອອກໃບຢັ້ງຢືນກາໝາຍມາດຕະຖານ ແຫ່ງຊາດ (ມລ);
    2. ອອກໃບຢັ້ງຢືນຄຸນນະພາບ ຜະລິດຕະພັນ-ສິນຄ້າ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ;
    3. ອອກໃບຢັ້ງຢືນຂຶຶ້ນທະບຽນ ຜະລິດຕະພັນ-ສິນຄ້າ;
    4. ອອກເລກໝາຍກົດລະຫັດສາກົນບາໂຄດ;
    5. ມອບລາງວັນຄຸນນະພາບແຫ່ງຊາດ;
    6. ຢັ້ງຢືນ ຄວາມຖືກຕ້ອງ ຂອງນໍ້າມັນເຊື້້ອໄຟ ດ້ວຍການນໍາໃຊ້ສານມາກເກີ ຢອດໃສ່ນໍ້າມັນເຊື້ອໄຟ.

    ເຊິ່ງວ່າລາຍລະອຽດກ່ຽວກັບ ການຂໍຮັບການບໍລິການຕ່າງໆ ທີ່ຕິດພັນກ່ຽວກັບວຽກງານການຢັ້ງຢືນ ທີ່ກ່າວມາຂ້າງນັ້ນ. ໄດ້ມີເອກະສານຂັດຕິດແບບຟອມ

    Scroll to Top