ກົມມາດຕະຖານ ແລະ ວັດແທກ

ສູນກວດສອບຄຸນນະພາບແບບບໍ່ທໍາລາຍ

ພາລະບົດບາດຂອງ ສູນກວດສອບຄຸນນະພາບແບບບໍ່ທຳລາຍ:

 ສູນກວດສອບຄຸນນະພາບແບບບໍ່ທຳລາຍ ຂຽນດ້ວຍໂຕອັກສອນຫຍໍ້ວ່າ “ສກລ” ຊື່ເປັນພາສາອັງກິດແມ່ນ ” Non-Destructive Testing Center ” ຂຽນຫຍໍ້ ດ້ວຍໂຕອັກສອນພາສາອັງກິດວ່າ    ” NDT ” ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂອງ ກົມມາດຕະຖານ ແລະ ວັດແທກ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ໃນການຄຸ້ມຄອງການກວດສອບຄຸນນະພາບແບບບໍ່ທຳລາຍ ໃນຂອບເຂດທົ່ວປະເທດ ກ່ຽວກັບວຽກງານທີ່ກົມມາດຕະຖານ ແລະ ວັດແທກ ຮັບຜິດຊອບ.

  • ວຽກບໍລິການສູນກວດສອບຄຸນນະພາບແບບບໍ່ທຳລາຍ
  1. ⁠ຄົ້ນຄ້ວາຜັນຂະຫຍາຍບັນດາ ມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງ ໃຫ້ເປັນໜ້າວຽກລະອຽດ ຂອງສູນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
  2. ⁠ເປັນເສນາທິການໃຫ້ແກ່ກົມ ໃນການຈັດຕັ້ງຜັນຂະຫຍາຍແຜນການລວມຂອງ ສູນ;
  3. ⁠ເປັນກອງເລຂາ ແລະ ຈຸດປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນ ວຽກງານ ຕາມການມອບໝາຍຂອງກົມ;
  4. ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ ເພື່ອຄຸ້ມຄອງ, ຕິດ ຕາມ ກວດກາ, ປະເມີນ ຄຸນນະພາບ ໂດຍນໍາໃຊ້ວິທີການ ກວດສອບແບບບໍ່ທໍາລາຍ ເພື່ອຮັບປະກັນໃຫ້ມີ ຄວາມປອດໄພ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ;
  5. ⁠ຈັດຕັ້ງປະຕິບັດ, ຕິດຕາມ, ກວດສອບ ແລະ ຢັ້ງຢືນຄວາມປອດໄພໂຮງງານອຸດສາຫະກຳ, ເຂື່ອນໄຟຟ້າ ພະລັງງານນໍ້າ, ພະລັງງານລົມ ແລະ ພະລັງງານຄວາມຮ້ອນ;
  6. ⁠ຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດລະບຽບການກ່ຽວກັບການກວດສອບຄຸນນະພາບແບບບໍ່ທໍາລາຍ ທີ່ ສອດຄ່ອງກັບມາດຕະຖານ ແລະ ລະບຽບການສາກົນທີ່ກຳນົດໄວ້;
  7. ⁠ຈັດຕັ້ງປະຕິບັດ, ຕິດຕາມ, ກວດສອບ ແລະ ຢັ້ງຢືນຄຸນນະພາບວັດຖຸມີຄ່າ ແລະ ເຄື່ອງສາຍລັງສີ;
  8. ສຶກສາ, ຄົ້ນຄ້ວາ ການຄຸ້ມຄອງບໍລິການ ພ້ອມທັງປະສານສົມທົບກັບ ບັນດາພາກສ່ວນ ທີ່ກ່ຽວຂ້ອງ ເພື່ອສ້າງລະບຽບການສະເພາະ;
  9. ⁠ຮັບ, ພິຈາລະນາ ແລະ ນໍາສະເໜີຂັ້ນເທິງ ແກ້ໄຂຄໍາສະເໜີ, ຄໍາຮ້ອງທຸກ, ການດໍາເນີນກວດສອບ ຕາມ ການສະເໜີຂອງອົງການຈັດຕັ້ງ, ບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ພາກເອກະຊົນ;
  10. ⁠ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຝຶກອົບຮົມ, ສຳມະນາ ພ້ອມທັງຕິດຕາມກວດກາ ແລະ ໃຫ້ບໍລິການກວດສອບຄຸນນະພາບແບບບໍ່ທໍາລາຍ;
  11. ⁠ເກັບກຳ, ບັນທຶກ, ສັງລວມ, ເລືອກເຟັ້ນຜົນງານຂອງ ບັນດາຫົວໜ່ວຍທຸລະກິດ ທັງພາກລັດ ກັບພາກ ເອກະຊົນ ເພື່ອນໍາສະເໜີຂັ້ນເທິງພິຈາລະນາການຍ້ອງຍໍ, ໃຫ້ລາງວັນຕາມຄວາມເໝາະສົມ;
  12. ⁠ພົວພັນຮ່ວມມື, ປະສານງານກັບ ອົງການຈັດຕັ້ງຢູ່ ພາຍໃນ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງ ເອົາ ການສະໜັບສະໜູນ ທາງດ້ານອຸປະກອນ ແລະ ງົບປະມານ ກໍ່ຄືໄດ້ຮັບຈາກການຊ່ວຍເຫຼືອໃນ ຂົງເຂດ ວຽກງານ ດັ່ງກ່າວນີ້ ຕາມການມອບໝາຍຂອງກົມ;
  13. ⁠ສັງລວມ, ສ້າງແຜນ ເຄື່ອນໄຫວ ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ຂອງສູນພ້ອມທັງ ຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ;
  14. ⁠ສະຫຼຸບ, ສັງລວມລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດແຜນການ ປະຈຳອາທິດ, ປະຈຳເດືອນ, ປະຈຳງວດ ແລະ ປະຈຳປີຂອງສູນຕໍ່ຂັ້ນເທິງ;
  15. ⁠ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສຳມະນາ ຫຼື ຝຶກອົບຮົມ ທີ່ຕິດພັນກັບໜ້າທີ່ວຽກງານຂອງພະແນກ ແລະ ພາລະບົດບາດຂອງກົມ ຕາມການມອບໝາຍຂອງຄະນະກົມ;
  16. ⁠ປະຕິບັດໜ້າທີ່ອື່ນຕາມການຕົກລົງ ແລະ ມອບໝາຍ ຂອງຄະນະກົມ.
Scroll to Top