ພະແນກຄົ້ນຄ້ວາ ແລະ ພັດທະນາວຽກງານມາດຕະຖານ ແລະ ວັດແທກ
– ອິງຕາມພາລະບົດບາດການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງກົມມາດຕະຖານ ແລະ ວັດແທກ ສະບັບເລກທີ 2002/ອຄ, ລົງວັນທີ 09 ກັນຍາ 2025.
ມີໜ້າທີ່ໃນການຄົ້ນຄວ້າ ແລະ ພັດທະນາລະບຽບການ, ສ້າງແຜນຍຸດທະສາດ ແລະ ແຜນງານ ໃນການຄຸ້ມຄອງດ້ານວຽກງານ ແລະ ສຶກສາ, ຄົ້ນຄວ້າ, ເກັບກໍາ, ສັງລວມ ແລະ ສະໜອງຂໍ້ມູນ ເພື່ອເປັນບ່ອນອີງໃນການສ້າງ ແລະປັບປຸງບັນດາ ກົດໝາຍ, ດໍາລັດ ແລະ ຂໍ້ຕົກລົົງລະບຽບຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຂອງສູນ ແລະ ພະແນກທີ່ກ່ຽວຂ້ອງຂອງກົມມາດຕະຖານ ແລະ ວັດແທກ.
- ວຽກງານ ການສ້າງ ແລະ ປັບປຸງນິຕິກຳ
ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການຄຸ້ມຄອງ ສໍາລັບ ວຽກງານມາດຕະຖານ ແລະ ວັແທກ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍນິຕິກໍາເຂົ້າໃນການຂະບວນການສ້າງ ແລະ ປັບປຸງດັດແກ້ນິຕິກໍາຂອງກົມ ໃຫ້ເໝາະສົມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ.
ພະແນກຄົ້ນຄວ້າ ແລະ ພັດທະນາ ໄດ້ກຳນົດຂັ້ນຕອນ ແລະ ແຜນການສ້າງນິຕິກຳຂອງກົມ ເພື່ອການຈັດຕັ້ງປະຕິບັດ ການເຄື່ອນໄຫວ ສ້າງ ແລະ ປັບປຸງ ນິຕິກຳ ສຳລັບການຄຸ້ມຄອງວຽກງານມາດຕະຖານ ແລະ ການວັດແທກໃຫ້ໄດ້ຮັບຜົນສຳເລັດທັນຕາມແຜນການທີ່ວາງໄວ້ໃນແຕ່ລະໄລຍະຊຶ່ງໄດ້ກຳນົດສ້າງ ແລະ ປັບປຸງ ຕາມໃນແຕ່ລະຂົງເຂດລະບຽບການ ແລະ ການຈັດຕັ້ງປະຕິບັດດັ່ງນີ້:
* ຂົງເຂດລະບຽບການ
1. ຂົງເຂດວຽກງານມາດຕະຖານ;
2. ຂົງເຂດວຽກງານຄຸນນະພາບ ປະກອບມີ : ຄຸນນະພາບດ້ານຜະລິດຕະພັນ ແລະ ດ້ານບໍລິການ;
3. ຂົງເຂດວັດແທກ ປະກອບມີ: ວັດແທກທາງດ້ານກົດໝາຍ ແລະ ວັດແທກທາງດ້ານວິທະຍາສາດ;
4. ຂົງເຂດວຽກງານຄຸນນະພາບແບບບໍ່ທໍາລາຍ;
5. ຂົງເຂດວຽກງານການຮັບຮອງ.
* ການກໍານົດແຜນການສ້າງ ແລະ ປັບປຸງ
1. ສ້າງແຜນ ໃນການສ້າງ ແລະ ປັບປຸງ ສະເໜີຕໍ່ຫ້ອງການກະຊວງ ປະຈໍາປີ;
2. ສ້າງຮ່າງນິຕິກໍາ ໂດຍກໍານົດ ໂຄງຮ່າງປະກອບ ມີ ພາກ, ໝວດ ແລະ ມາດຕາ;
3. ຂຶ້ນແຜນງົບປະມານເພື່ອຈັດຕັ້ງປະຕິບັດ;
4. ເກັບກໍາ ແລະ ຄົ້ນຄວ້າວິໄຈຂໍ້ມູນເພື່ອຂຽນເປັນເນື້ອໃນຂອງຮ່າງນິຕິກໍາໃຫ້ສໍາເລັດ;
* ການຈັດກອງປະຊຸມຄົ້ນຄວ້າຜ່ານຮ່າງນິຕິກຳ
1. ຈັດກອງປະຊຸມປືກສາຫາລືຄົ້ນຄວ້າປະກອບຄໍາເຫັນ ຂັ້ນວິຊາການພາຍໃນກົມ.
2. ຈັດກອງປະຊຸມປືກສາຫາລືປະກອບຄໍາເຫັນ ຂັ້ນພະແນກ, ສູນ, ກົມ, ສະຖາບັນພາຍໃນກະຊວງ ອຄ ແລະ ບັນດາ
ກະຊວງທີ່ກ່ຽວຂ້ອງ.
3. ຈັດກອງປະຊຸມເປີດກວ້າງກັບຜູ້ປະກອບການ.
4. ສົມທົບກັບພະແນກນິຕິກໍາຫ້ອງການກະຊວງ ອຄ ເພື່ອກວດຄວາມສອດຄ່ອງ ແລະ ສະເໜີຮ່າງນິຕິກໍາຕໍ່ທ່ານລັດຖະມົນຕີເຊັນປະກາດໃຊ້.
5. ນໍາສົ່ງນິຕິກໍາທີ່ສໍາເລັດ ແລະ ປະກາດໃຊ້ ລົງຈົດໝາຍເຫດທາງເວັບໃຊຂອງກະຊວງຍຸຕິທໍາ.
ນິຕິກໍາທີ່ໄດ້ສ້າງ ແລະ ປັບປຸງໃນໄລຍະຜ່ານມາ ແມ່ນ ເຮັດສໍາເລັດ 02 ດໍາລັດ, 04 ຂ້້ຕົກລົງ ສ້າງໃໝ່ ແລະ 06 ຂໍ້ຕົກລົງປັບປຸງຄືນ. ສໍາລັບວຽກເຮັດໃນປັດຈຸບັນປັບປຸງກົດໝາຍວ່າດ້ວຍການວັດແທກ ຜ່ານມາໄດ້ຈັດກອງປະຊຸມຂອງຄະນະປັບປຸງກົດໝາຍດັ່ງກ່າວໄດ້ 3ຄັ້ງ ແລະ ກະກຽມຈັດກອງປະຊຸມເປີດກວ້າງ ສາມ ພາກ ຄື່: ພາກໄຕ້, ພາກກາງ ແລະ ພາກເໜືອ ເພື່ອ ຮັບການປະກອບຄໍາເຫັນຈາກສັງຄົມ. ນອກຈາກນີ້ກໍ່ໄດ້ກະກຽມປັປປຸງກົດວ່າດ້ວຍມາດຕະຖານ ຊຶ່ງຈະເຮັດໃຫ້ສໍາເລັດໃນປີ 2027 ວຽກໃນຕໍ່ໜ້າຈະສືບຕໍ່ຈັດກອງປະຊຸມຂອງຄະນະກໍາມະການປັບປຸງເພື່ອຜ່ານ ແລະ ປະກອບຄໍາເຫັນໃນເນື້ອໃນກົດໝາຍດັ່ງກ່າວ ປະຕິບັດຕາມແຜນວາງໄວ້.