Skip to content
ພາລະບົດບາດ ແລະ ໜ້າທີ່ຂອງສູນວັດແທກແຫ່ງຊາດ:
- ຄົ້ນຄວ້າຜັນຂະຫຍາຍ ມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງໃຫ້ເປັນຫນ້າວຽກລະອຽດຂອງສູນ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດ.
- ສອນທຽບ, ກວດຄືນ, ປຽບທຽບ ແລະ ຢັ້ງຍືນເຄື່ອງມື ແລະ ອຸປະກອນວັດແທກ, ແມ່ແບບມາດຕະຖານອ້າງອີງ ທີ່ນໍາໃຊ້ໃນຮາກຖານການຜະລິດກ່ຽວກັບຄວາມຖືກຕ້ອງ, ຄວາມຊັດເຈນ ແລະ ຄວາມສອດຄ່ອງ ກັບ ແມ່ແບບ ມາດຕະຖານແຫ່ງຊາດ.
- ຂຶ້ນທະບຽນເຄື່ອງມືອຸປະກອນ ວັດແທກ ທີ່ຜະລິດ, ນໍາເຂົ້າ ແລະ ຈໍາຫນ່າຍ ໃນ ສປປ ລາວ.
- ກວດສອບ ແລະ ຢັ້ງຢືນປະລິມານສຸດທິ ຂອງຜະລິດຕະພັນສິນຄ້າຫຸ່ມຫໍ່ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຜະລິດ ແລະ ບໍລິໂພກ ເຮັດໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ;
- ກວດສອບ ແລະ ອອກກາຫມາຍສິນຄ້າຫຸ້ມຫໍ່ ເພື່ອຍັ້ງຍືນຄວາມຖືກຕ້ອງ ແລະ ອໍານວຍຄວາມສະດວກໃນການຊື້ຂາຍພາຍໃນ ແລະ ຕ່າງປະເທດ;
- ສ້າງ, ປັບປູງ ແລະ ພັດທະນາລະບົບບໍລິຫານຄຸນນະພາບຫ້ອງທົດລອງ ເພື່ອເຮັດໃຫ້ສອດຄ່ອງໄປຕາມມາດຕະຖານສາກົນ ISO/IEC 17025 ໃນແຕ່ລະໄລຍະ.
- ຊູຸກຍູ້ ແລະ ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ການວັດແທກ ເຂົ້າໃນການພະລິດຂອງຂະແໜງການ ທີ່ກ່ຽວຂ້ອງ;
- ສ້າງຖານຂໍ້ມູນ ແລະ ເຄື່ອຄາຍຂໍ້ມູນຂ່າວສານ ດ້ານການວັດແທກ ເພື່ອອໍານວຍຄວາມສະດວດ ໃນການສະໜອງຂໍ້ມູນໃຫ້ບໍລິການແກ່ສັງຄົມ, ແລກປ່ຽນຂໍ້ມູນທັງພາຍໃນ ແລະ ສາກົນ;
- ພົ່ວພັນຮວມມື, ຮູ້ຮວມມື, ພົບປະ, ເຈລະຈາ, ຍາດແຍ່ງ ຮັບເອົາການຊ່ວຍເຫຼືອ ແລະ ປະສານງານກັບ ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ ກ່ຽວກັບການບໍລິການວຽກງານວັດແທກ ຕາມການມອບໝາຍຂອງກົມ.
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜະຄົນ.