ບົດແນະນໍາມາດຕະຖານຄວາມປອດໄພໃນການນໍາໃຊ້ທາດເຄມີເຮັດຄວາມເຢັນທີ່ຕິດໄຟໄດ້ ແມ່ນໄດ້ເລີ່ມຮ່າງຂຶ້ນ ໂດຍອີງຕາມໜັງສະເໜີ ຈາກ ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະເໜີມາຍັງສະພາມາດຕະຖານແຫ່ງຊາດ ໂດຍຜ່ານກອງເລຂາ ກໍຄື ພະແນກມາດຕະຖານແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫຼັກ ໃນການຮ່າງບົດແນະນຳສະບັບນີ້.
ໂດຍອີງໃສ່ ກົດໝາຍ ວ່າດ້ວຍມາດຕະຖານ, ການຮ່າງມາດຕະຖານໃດໜຶ່ງ ຕ້ອງໄດ້ປະຕິບັດຕາມຂັ້ນຕອນການສ້າງມາດຕະຖານ ທີ່ລະບຸໄວ້ໃນກົດໝາຍ ວ່າດ້ວຍມາດຕະຖານ ເຊິ່ງ ໄດ້ເລີ່ມມີການຮ່າງມາດຕະຖານເບື້້ອງຕົ້ນ ແຕ່ເດືອນ ມິຖຸນາ 2026 (ເກັບກຳຂໍ້ມູນ ແລະ ຮ່າງມາດຕະຖານເບື້ອງຕົ້ນ) ແລະ ໄດ້ມີການຈັດກອງປະຊຸມ ປຶກສາຫາລື ຜ່ານຮ່າງມາດຕະຖານດັ່ງກ່າວ ຂັ້ນຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ໃນເດືອນ ສິງຫາ 2026.
ພາຍຫຼັງ ສຳເລັດກອງປະຊຸມຄະນະກຳມະການເຕັກນິກແຫ່ງຊາດ, ກອງເລຂາ ສະພາມາດຕະຖານແຫ່ງຊາດ ໄດ້ມີການປັບປຸງເນື້ອໃນ ຮ່າງມາດຕະຖານດັ່ງກ່າວ ຕາມຄຳເຫັນ ຂອງຄະນະກຳມະການເຕັກນິກແຫ່ງຊາດ ເຊິ່ງກ່ອນຈະກ່າວໄປສູ່ການສະເໜີຜ່ານຮ່າງມາດຕະຖານດັ່ງກ່າວ ເພື່ອຂໍການຮັບຮອງ ຂັ້ນສະພາມາດຕະຖານແຫ່ງຊາດ ຈຳເປັນຕ້ອງໄດ້ ມີການຂໍການປະກອບຄຳເຫັນຈາກພາກສ່ວນສາທາລະນະຊົນ ຕາມຂັ້ນຕອນ.
ສະນັ້ນ, ເພື່ອເປັນການຟັງຄຳຄິດເຫັນຈາກ ສາທາລະນະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່າງບົດແນະນໍາມາດຕະຖານຄວາມປອດໄພໃນການນໍາໃຊ້ທາດເຄມີເຮັດຄວາມເຢັນທີ່ຕິດໄຟໄດ້ ສາມາດ ອ່ານ ແລະ ປະກອບຄຳເຫັນໄດ້ດັ່ງລຸ່ມນີ້:
