ກົມມາດຕະຖານ ແລະ ວັດແທກ

Author name: Qcic

Uncategorized

ຮ່າງມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນທີ່ຕິດໄຟໄດ້ (ສຳລັບໃຫ້ສາທາລະນະຊົນປະກອບຄຳເຫັນ)

ບົດແນະນໍາມາດຕະຖານຄວາມປອດໄພໃນການນໍາໃຊ້ທາດເຄມີເຮັດຄວາມເຢັນທີ່ຕິດໄຟໄດ້ ແມ່ນໄດ້ເລີ່ມຮ່າງຂຶ້ນ ໂດຍອີງຕາມໜັງສະເໜີ ຈາກ ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະເໜີມາຍັງສະພາມາດຕະຖານແຫ່ງຊາດ ໂດຍຜ່ານກອງເລຂາ ກໍຄື ພະແນກມາດຕະຖານແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫຼັກ ໃນການຮ່າງບົດແນະນຳສະບັບນີ້. ໂດຍອີງໃສ່ ກົດໝາຍ ວ່າດ້ວຍມາດຕະຖານ, ການຮ່າງມາດຕະຖານໃດໜຶ່ງ ຕ້ອງໄດ້ປະຕິບັດຕາມຂັ້ນຕອນການສ້າງມາດຕະຖານ ທີ່ລະບຸໄວ້ໃນກົດໝາຍ ວ່າດ້ວຍມາດຕະຖານ ເຊິ່ງ ໄດ້ເລີ່ມມີການຮ່າງມາດຕະຖານເບື້້ອງຕົ້ນ ແຕ່ເດືອນ ມິຖຸນາ 2026 (ເກັບກຳຂໍ້ມູນ ແລະ ຮ່າງມາດຕະຖານເບື້ອງຕົ້ນ) ແລະ ໄດ້ມີການຈັດກອງປະຊຸມ ປຶກສາຫາລື ຜ່ານຮ່າງມາດຕະຖານດັ່ງກ່າວ ຂັ້ນຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ໃນເດືອນ ສິງຫາ 2026. ພາຍຫຼັງ ສຳເລັດກອງປະຊຸມຄະນະກຳມະການເຕັກນິກແຫ່ງຊາດ, ກອງເລຂາ ສະພາມາດຕະຖານແຫ່ງຊາດ ໄດ້ມີການປັບປຸງເນື້ອໃນ ຮ່າງມາດຕະຖານດັ່ງກ່າວ ຕາມຄຳເຫັນ ຂອງຄະນະກຳມະການເຕັກນິກແຫ່ງຊາດ ເຊິ່ງກ່ອນຈະກ່າວໄປສູ່ການສະເໜີຜ່ານຮ່າງມາດຕະຖານດັ່ງກ່າວ ເພື່ອຂໍການຮັບຮອງ

ຂ່າວສານ & ກິດຈະກຳ

ກອງປະຊຸມຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ກ່ຽວກັບ ຮ່າງບົດແນະນຳມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້ ໃນວັນທີ 5 ສິງຫາ 2026

ໃນວັນທີ 05 ສິງຫາ 2025, ກົມມາດຕະຖານ ແລະ ວັດແທກ ໃນນາມກອງເລຂາ ສະພາມາດຕະຖານແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ໂດຍການເປັນປະທານ ຂອງ ທ່ານ ສາຍທອງ ແພງບຸພາ, ຫົວໜ້າພະແນກລະລະບຽບການ ແລະ ຂຶ້ນທະບຽນປັດໄຈການຜະລິດ, ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຫົວໜ້າຄະນະ ພ້ອມດ້ວຍ ຄະນະຜູ້ຊ່ຽວຊານຕາງໜ້າຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອປຶກສາຫາລືຜ່ານຮ່າງບົດແນະນຳມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້. ກອງປະຊຸມໄດ້ມີການປະກອບຄຳເຫັນທາງດ້ານວິຊາການ ຢ່າງກົງໄປກົງມາ ເພື່ອໃຫ້ຮ່າງບົດແນະນຳ ມີເນື້ອໃນຄົບຖ້ວນສົມບູນ. ຈາກນັ້ນ, ກອງປະຊຸມໄດ້ເຫັນດີເປັນເອກະພາບທາງດ້ານຫຼັກການ ແລະ ໄດ້ສະເໜີໃຫ້ກອງເລຂາປັບປຸງເນື້ອໃນບາງສ່ວນ ທີ່ມີຄວາມສຳຄັນຕໍ່ກັບບົດແນະນຳດັ່ງກ່າວ ແລະ ຕອນທ້າຍໄດ້ຮັບຮອງເອົາ ຮ່າງບົດແນະນຳ ມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້ ຕາມຂັ້ນຕອນການສ້າງມາດຕະຖານ.

ກິດຈະກຳ, ຂ່າວສານ & ກິດຈະກຳ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ເພື່ອຮັບຮອງມາດຕະຖານແຫ່ງຊາດ ໃນວັນທີ 03 ເມສາ 2026

ໃນວັນທີ 03 ເມສາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຮັບຮອງຮ່າງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນເຊື້ອໄຟ ແລະ ອາຍແກັສ 02 ສະບັບ ແລະ ດ້ານຜະລິດຕະພັນກະສິກຳ ຈຳນວນ 04 ສະບັບ. ກອງປະຊຸມໄດ້ໄຂຂຶ້ນທີ່ໂຮງແຮມຄຣາວພາຊ່າ ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ລວມທັງໝົດ 40 ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 06 ສະບັບ ເຊິ່ງປະກອບມີມາດຕະຖານ ດັດແກ້ 01 ສະບັບ ແລະ ສ້າງໃໝ່ 05 ສະບັບ

ກິດຈະກຳ, ຂ່າວສານ & ກິດຈະກຳ

ກອງປະຊຸມທາງໄກ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ ຄັ້ງວັນທີ 24 ມີນາ 2026

ໃນຕອນເຊົ້າວັນທີ 24 ມີນາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອປຶກສາຫາລື ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ. ກອງປະຊຸມໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ພະແນກມາດຕະຖານແຫ່ງຊາດ ໄດ້ຮ່ວມປະຊຸມ. ຈຸດປະສົງກອງປະຊຸມ ແມ່ນ ເພື່ອປຶກສາຫາລື ກ່ຽວກັບ ແຜນການຮ່ວມມື ວຽກງານມາດຕະຖານ ຂອງ ສ ປປ ລາວ ກັບ ສະຖານບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຂອບເຂດການຮ່ວມມື ສຶກສາ, ຄົ້ນຄວ້າ, ທຳຄວາມເຂົ້າໃຈ ແລະ

ກິດຈະກຳ, ລົງເຄື່ອນໄຫວວຽກ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ຜ່ານຮ່າງ ແລະ ຮັບຮອງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ

ໃນວັນທີ 03-04 ມີນາ 2026 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງ ແລະ ຮັບຮອງ ມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ ຈຳນວນ 12 ສະບັບ. ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຂະແໜງການພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ລວມທັງໝົດ 40 ທ່ານ ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 12 ສະບັບ ເຊິ່ງປະກອບມີມາດຕະຖານ

Scroll to Top