ກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເຄື່ອງເອັກສະເລທາງດ້ານການແພດ

0
59

ໃນຕອນເຊົ້າຂອງ ວັນທີ 22 ສິງຫາ 2023, ກົມມາດຕະຖານ ແລະ ວັດແທກ  ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເຄື່ອງເອັກສະເລທາງດ້ານການແພດ, ໂດຍ ການເປັນ ປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ມີຫົວໜ້າພະ ແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຮອງຫົວໜ້າສູນ, ກົມເຄມີກະຊວງປ້ອງກັນປະເທດ, ກົມສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ, ກົມວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ, ກົມນຳເຂົ້າ ແລະ ສົ່ງອອກ, ກົມສົ່ງເສີມການຄ້າ, ກົມອຸດສາຫະກຳ ແລະ ຫັດຖະກຳ, ສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ແຕ່ລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 35 ທ່ານ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

       ໃນໄລຍະຜ່ານມາກົມມາດຕະຖານ ແລະ ວັດແທກ ໄດ້ເຄື່ອນໄຫວວຽກງານກວດສອບແບບບໍ່ທໍາລາຍ ເປັນຕົ້ນແມ່ນວຽກງານຄຸ້ມຄອງຄຸນນະພາບຂອງເຄື່ອງເອັກສະເລທາງດ້ານການແພດ ກໍ່ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນໃນການກວດສອບຄຸນນະພາບຂອງເຄື່ອງເອັກສະເລ ແລະ ການອອກໃບຢັ້ງຢືນຄຸນນະພາບໃຫ້ເຄື່ອງດັ່ງກ່າວທີ່ໄດ້ຜ່ານການກວດສອບທີ່ໄດ້ຕາມມາດຕະຖານ.  

        ສະນັ້ນວຽກງານດັ່ງກ່າວຈຶ່ງເຮັດໃຫ້ຮັບປະກັນຄວາມປອດໄພຈາກການນຳໃຊ້ເຄື່ອງເອັກສະເລທີ່ສາຍລັງສີໃສ່ຕໍ່ຄົນເຈັບ ແລະ ແພດໝໍທີ່ກຳລັງນໍາໃຊ້ເຄື່ອງໃຫ້ໄດ້ຮັບສານເຄມີ ແລະ ລັງສີໜ້ອຍທີ່ສຸດ ພ້ອມທັງການຕິດຕັ້ງເຄື່ອງອຸປະກອນໃນຫ້ອງກວດໃຫ້ໄດ້ຕາມມາດຕະຖານນອກຈາກນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການນໍາໃຊ້ເຄື່ອງເອັກສະເລໃຫ້ໄດ້ຄຸນນະພາບ, ມີຄວາມເຊື້ອໝັ້ນ ແລະ ມີປະສິດທິພາບສູງຈຶ່ງຈະສ້າງຄວາມເຂັ້ມແຂງໃຫ້ພາກລັດ ແລະ ເອກະຊົນໃນວຽກງານການໃຫ້ບໍລິການທາງດ້ານສຸຂະພາບໃຫ້ດີຂື້ນໄປ.

         ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ (ຮ່າງ)ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເຄື່ອງເອັກສະເລທາງດ້ານການແພດ, ໄດ້ມີການແລກປ່ຽນປະກອບ ຄໍາຄິດເຫັນ ຕ່າງໆ, ຈຸດປະສົງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດໃຫ້ເກີດດອກອອກຜົນ ຢ່າງມີປະສິດທິພາບຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນໃຫ້ແທດເໝາະ ແລະ ສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດຕົວຈິງ, ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ.

LEAVE A REPLY

Please enter your comment!
Please enter your name here