ກົມມາດຕະຖານ ແລະ ວັດແທກ

ຂ່າວສານ & ກິດຈະກຳ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກການຄ້າ ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານນ້ຳຕານມິດລາວ.

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກການຄ້າ ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານນ້ຳຕານມິດລາວ. ໃນລະຫວ່າງວັນທີ 15-23 ກົມມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກການຄ້າ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານ ນ້ຳຕານມິດລາວ ຈຳນວນ 20 ໜ່ວຍ ໃນນັ້ນມີຊິງ 120 ໂຕນ 5 ໜ່ວຍ, 80 ໂຕນ 6 ໜ່ວຍ, 40 ໂຕນ 2 ໜ່ວຍ, 30 ໂຕນ 5 ໜ່ວຍ ແລະ 50 kg 2 […]

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມຄະນະກໍາມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບ ຂອງໜ່ວຍງານວັດແທກທາງດ້ານກົດໝາຍອາຊຽນຄັ້ງທີ 45 (ACCSQ Working Group on Legal Metrology-WG3), ກອງປະຊຸມຄະນະຊ່ຽວຊານວຽກງານວັດແທກອາຊຽນ ຄັ້ງທີ 15 (Expert Group on Metrology-EGM).

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມຄະນະກໍາມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບ ຂອງໜ່ວຍງານວັດແທກທາງດ້ານກົດໝາຍອາຊຽນຄັ້ງທີ 45 (ACCSQ Working Group on Legal Metrology-WG3), ກອງປະຊຸມຄະນະຊ່ຽວຊານວຽກງານວັດແທກອາຊຽນ ຄັ້ງທີ 15 (Expert Group on Metrology-EGM) ແລະ ເຂົ້າຮ່ວມກອງປະຊຸມລະຫວ່າງສອງໜ່ວຍງານຄັ້ງທີ 1 (1st Joint WG3-EGM) ໃນລະຫວ່າງວັນທີ 20 ຫາ 22 ຕຸລາ 2026, ທີ່ ປະເທດ ບຣູໄນ. ຈຸດປະສົງ ເພື່ອພິຈາລະນາ ແລະ ຮັບຮອງເອົາເອກະສານແນວຄວາມຄິດກ່ຽວກັບຂົງເຂດບູລິມະສິດໃນການຮ່ວມມືໄລຍະທີ 1, ປຶກສາຫາລື ແລະ ຮັບຮອງເອົາຮູບແບບການຮ່ວມມື ລວມທັງການສ້າງຮ່າງຂໍ້ກຳນົດ ແລະ ເງື່ອນໄຂ (TOR) ແລະ ສືບຕໍ່ການຈັດຕັ້ງປະຕິບັດແຜນ 5 ປີ ( 2026-2030) ຂອງໜ່ວຍງານວັດແທກອາຊຽນ

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະ ຊິງຊັ່ງຕາມທ້ອງຕະຫຼາດໃນເທດສະບານ ແຂວງສະຫວັນນະເຂດ.

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະ ຊິງຊັ່ງຕາມທ້ອງຕະຫຼາດໃນເທດສະບານ ແຂວງສະຫວັນນະເຂດ. ໃນລະຫວ່າງວັນທີ 19-21 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີ ວຽກງານມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາ ບໍລິມາດຫົວຈ່າຍນຳ້ມັນເຊື້ອໄຟຕາມປ້ຳຈຳໜ່າຍ ແລະ ຊິງຊັ່ງຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງສະຫວັນນະເຂດ ໃນນີ້ການກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟຕາມປໍ້າຈໍາໝາຍ ຈຳນວນ 20 ປໍ້າ ແລະ ຊິງຊັ່ງຕາມທ້ອງຕະຫຼາດໄດ້ 159 ຮ້ານ. ຜ່ານການກວດກາບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງເຫັນວ່າ ນໍ້າມັນກາຊວນ ແລະ ແອັດຊັງ ບາງປໍ້າຍັງມີຫົວຈ່າຍຈຳນວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກຳນົດ ± 25 ml (0,5%) ແຕ່ກວດກາສະພາບຕູ້ຈ່າຍ ແລະ ໜີບກົ່ວລ໋ອກຊິນຂອງ ພະແນກອຸດສາຫະກຳ ແລະ ການຄ້າ

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນມາດຕະຖານໂລກ ຄົບຮອບ 79 ປີ

ກົມມາດຕະຖານ ແລະ ວັດແທກ ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນມາດຕະຖານໂລກ ຄົບຮອບ 79 ປີ ໃນຕອນເຊົ້າຂອງວັນທີ 14 ຕຸລາ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນມາດຕະຖານໂລກ ຄົບຮອບ 79 ປີ. ໂດຍການເປັນປະທານຂອງທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດລາວ, ພ້ອມດ້ວຍຄະນະນຳພາຍໃນກະຊວງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເນັ້ນຢ້ຳບົດບາດຂອງມາດຕະຖານສາກົນ ໃນການຊຸກຍູ້ເສດຖະກິດ-ສັງຄົມ, ສ້າງຄວາມຍຸດຕິທຳ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພ້ອມທັງສ້າງຄວາມຮັບຮູ້ໃຫ້ແກ່ທຸກພາກສ່ວນໃນສັງຄົມ ກ່ຽວກັບການນຳໃຊ້ມາດຕະຖານເພື່ອຍົກສູງສະມັດຕະພາບການຜະລິດ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ. ອົງການມາດຕະຖານສາກົນ (ISO) ສ້າງຕັ້ງຂຶ້ນໃນປີ 1947 ປັດຈຸບັນມີສະມາຊິກ 177 ປະເທດ, ມີສຳນັກງານໃຫຍ່ຢູ່ທີ່ ເມືອງເຈນິວາ, ປະເທດສະວິດເຊີແລນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຜູ້ສັງເກດການໃນເດືອນມັງກອນ 2007 ແລະ ໄດ້ເລື່ອນເປັນສະມາຊິກເຄິ່ງສົມບູນໃນຕົ້ນປີ 2017, ເຊິ່ງປີ 2026 ນີ້ ຖືເປັນປີທີ 19 ຂອງການເປັນສະມາຊິກ. ການສະເຫຼີມສະຫຼອງໃນປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ວິໄສທັດຮ່ວມກັນ ເພື່ອໂລກທີ່ດີກວ່າ: ເນັ້ນໃສ່ເປົ້າໝາຍການພັດທະນາທີ່ຍືນຍົງ SDG 7 – ພະລັງງານສະອາດ ທີ່ທຸກຄົນເຂົ້າເຖິງໄດ້”. ປັດຈຸບັນ, ກົມມາດຕະຖານ ແລະ ວັດແທກ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານດັ່ງກ່າວຢ່າງຮອບດ້ານ ໂດຍຜົນງານທີ່ພົ້ນເດັ່ນມີດັ່ງນີ້: • ຮັບຮອງມາດຕະຖານແຫ່ງຊາດແລ້ວທັງໝົດ 643 ມາດຕະຖານ(ຮັບຮອງເອົາມາດຕະຖານສາກົນ ISO & IEC ມາເປັນມາດຕະຖານແຫ່ງຊາດ 575 ມາດຕະຖານ, ມາດຕະຖານທີ່ສ້າງເອງ 68 ມາດຕະຖານ, • ໃນປີ 2026 ນີ້ ໄດ້ສ້າງ ແລະ ປະກາດໃຊ້ເພີ່ມ 18 ມາດຕະຖານ ໃນ 3 ຂົງເຂດຄື: ວັດສະດຸກໍ່ສ້າງ, ຜະລິດຕະພັນກະສິກຳ, ນ້ຳມັນເຊື້ອໄຟ ແລະ ອາຍແກັດ.   • ໃນນັ້ນມາດຕະຖານສ້າງໃໝ່ 14

ຂ່າວສານ & ກິດຈະກຳ

ກອງປະຊຸມພັດທະນາລະດັບສູງກ່ຽວກັບການປະດິດສ້າງມາດຕະຖານສາກົນດ້ານພະລັງງານລົມ ຂັບເຄື່ອນການຫັນປ່ຽນລະບົບພະລັງງານແບບອັດສະລິຍະ ໃນລະຫວ່າງວັນທີ 14-17 ຕຸລາ 2026 ທີ່ ແຂວງເສສວນ, ສປ ຈີນ

ກອງປະຊຸມພັດທະນາລະດັບສູງກ່ຽວກັບການປະດິດສ້າງມາດຕະຖານສາກົນດ້ານພະລັງງານລົມ ຂັບເຄື່ອນການຫັນປ່ຽນລະບົບພະລັງງານແບບອັດສະລິຍະ ໃນລະຫວ່າງວັນທີ 14-17 ຕຸລາ 2026 ທີ່ ແຂວງເສສວນ, ສປ ຈີນ        ເພື່ອເປັນການສົ່ງເສີມການຮ່ວມມືໃນຂົງເຂດມາດຕະຖານລະຫວ່າງ ສປ ຈີນ – ສປປ ລາວ, ຄະນະກໍາມະການເຕັກນິກມາດຕະຖານພະລັງງານລົມແຫ່ງຊາດ ສປ ຈີນ ແລະ ຕ່າງໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ມີຄວາມຕັ້ງໃຈທີ່ຈະດໍາເນີນການຮ່ວມມືດ້ານມາດຕະຖານ ເພື່ອສຳຫຼວດການພັດທະນາອຸດສາຫະກຳພະລັງງານລົມຂອງທັງສອງປະເທດຢ່າງມີເຂັ້ມແຂງ ແລະ ຮັບປະກັນການຈັດຕັ້ງປະຕິບັດການຮ່ວມມືຢ່າງຮອບດ້ານ.

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊີງຊັ່ງ ຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງຄໍາມ່ວນ. 

ໃນລະຫວ່າງ ວັນທີ 14 – 17 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີ ວຽກງານມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊີງຊັ່ງ ຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງຄໍາມ່ວນ, ໃນນີ້ກວດກາບໍລິມາດຫົວຈ່າຍໄດ້ຈໍານວນ 12 ປໍ້າ ແລະ ກວດກາຊີງຊັ່ງຕະຫຼາດໄດ້ຈໍານວນ 102 ຮ້ານ. ຜ່ານການກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ: ນໍ້າມັນກາຊວນ ແລະ ນໍ້າມັນແອັດຊັງ ບາງປໍ້າຍັງມີຫົວຈ່າຍຈໍານວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກໍານົດ ±25, ແຕ່ສະພາບຕູ້ຈ່າຍ ແລະ ກົ່ວໜີບຊິມລ໋ອກ ຢູ່ໃນສະພາບປົກກະຕິ, ເມື່ອມີການໃຊ້ງານເປັນປະຈໍາອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ.       ດັ່ງນັ້ນ ທີມກວດກາຈຶ່ງໄດ້ປັບໃຫ້ຢູ່ໃນຄ່າອະນຸຍາດທີ່ກໍານົດ ພ້ອມທັງເຮັດບົດບັນທຶກກ່າວເຕືອນໄວ້, ສໍາຫຼັບຊິງຊັ່ງຕະຫຼາດ ແມ່ນຍຶດໄດ້ຊິງຊັ່ງທີ່ບໍ່ຖືກຕ້ອງຈໍານວນ 13 ໜ່ວຍເພື່ອເອົາມາທໍາລາຍ. ຖ້າຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໃສກ່ຽວກັບບໍລິມາດ ຫົວຈ່າຍນໍ້າມັນເຊື່ອໄຟ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ລົງກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ແລະ ຫົວອາຫານສັດ.

ກົມມາດຕະຖານ ແລະ ວັດແທກ ລົງກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ແລະ ຫົວອາຫານສັດ. ໃນວັນທີ 13 ຕຸລາ 2026 ສູນວັດແທກແຫ່ງຊາດ ຮ່ວມກັບ ພະແນກຄຸ້ມຄອງ ແລະ ແກ້ໄຂຄຳສະເໜີວຽກງານມາດຕະຖານ ແລະ ວັດແທກ, ກົມມາດຕະຖານ ແລະ ວັດແທກ ໄດ້ດຳເນີນການກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ລວມມີ 3 ຂະໜາດຄື 200g, 500g ແລະ 1kg ຈາກ ບໍລິສັດ ກາເຟສີໜຸກ ຈຳກັດ ແລະ ຫົວອາຫານໝູ, ເປັດ, ໄກ່, ນົກກະທາ ຂະໜາດ 30Kg ຈາກບໍລິສັດ ກຣິນຟິດລາວຈຳກັດ.ຜ່ານການກວດສອບເຫັນວ່ານ້ຳຫນັກທີ່ບັນຈຸໃນຖົງກາເຟ ແລະ ເປົາຫົວອາຫານ ເຫັນວ່າຖືກຕ້ອງ ແລະ ຂໍ້ມູນຄົບຖ້ວນຕາມມາດຕະຖານລະບຽບການທີ່ກຳນົດໄວ້.

ຂ່າວສານ & ກິດຈະກຳ

ການເຂົ້າຮ່ວມ ຂອງ ສປປ ລາວ ໃນກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 15 ((ACCSQ – The 15th Building and Construction Working Group (BCWG)) ໄດ້ຈັດຂຶ້ນໃນວັນທີ 15–16 ຕຸລາ 2026 ທີ່ສຳນັກງານໃຫຍ່ອາຊຽນ ປະເທດອິນໂດເນເຊຍ.

ການເຂົ້າຮ່ວມ ຂອງ ສປປ ລາວ ໃນກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 15 ((ACCSQ – The 15th Building and Construction Working Group (BCWG)) ໄດ້ຈັດຂຶ້ນໃນວັນທີ 15–16 ຕຸລາ 2026 ທີ່ສຳນັກງານໃຫຍ່ອາຊຽນ ປະເທດອິນໂດເນເຊຍ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນທຸກປະເທດ ພ້ອມດ້ວຍກອງເລຂາອາຊຽນ ເຂົ້າຮ່ວມໃນນັ້ນມີຜູ້ແທນ ສປປ ລາວ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມເຄຫາ-ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ທັງໝົດ 2 ທ່ານ. ຈຸດສຳຄັນ ແລະ ຄວາມຄືບໜ້າຂອງ ສປປ ລາວ: • ການກະກຽມການໃຫ້ສັດຕະຍາບັນ: ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການກະກຽມເອກະສານແຈ້ງການ/ການໃຫ້ສັດຕະຍາບັນ (Ratification) ຕໍ່ສັນຍາຮັບຮູ້ເຊິ່ງກັນ ແລະ ກັນ ດ້ານວັດສະດຸໍ່ ແລະ ການກໍ່ສ້າງ ອາຊຽນ (MRA BCM) ໂດຍໃນສ່ວນຂອງ ສປປ ລາວແມ່ນ ກະຊວງການຕ່າງປະເທດ ໄດ້ສົ່ງບົດສະເໜີໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພິຈາລະນາອອກແຈ້ງການ ເພື່ອສົ່ງໃຫ້ກະຊວງການຕ່າງປະເທດອະນຸມັດ ແລະ ມີເປົ້າໝາຍຈະຍື່ນແຈ້ງ ເອກະສານ Instrument of Ratification (IoR) ໃຫ້ກອງເລຂາອາຊຽນໃນໄຕມາດ 1 ປີ 2027.  • ການເຊື່ອມໂຍງມາດຕະຖານ: ປັດຈຸບັນ ຄະນະກຳມະການມາດຕະຖານອາຊຽນ (WG1) ເຫັນດີເຊື່ອມໂຍງມາດຕະຖານສາກົນ (ISO) ກ່ຽວກັບ

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມແລກປ່ຽນມາດຕະຖານ ແລະ ເຕັກໂນໂລຊີພະລັງງານ ໃນພາກພື້ນປະເທດແມ່ນໍ້າຂອງ-ລ້ານຊ້າງ( the 2026 LMC Regional Power Technology and Standards Exchange Conference )ທີ່ຄຸນຫມິງ ປະເທດຈີນ.

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມແລກປ່ຽນມາດຕະຖານ ແລະ ເຕັກໂນໂລຊີພະລັງງານ ໃນພາກພື້ນປະເທດແມ່ນໍ້າຂອງ-ລ້ານຊ້າງ( the 2026 LMC Regional Power Technology and Standards Exchange Conference )ທີ່ຄຸນຫມິງ ປະເທດຈີນ.ໃນລະຫວ່າງວັນທີ 12-16 ຕຸລາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນມາດຕະຖານ ແລະ ເຕັກໂນໂລຊີພະລັງງານ ໃນພາກພື້ນປະເທດແມ່ນໍ້າຂອງ-ລ້ານຊ້າງ ( the 2026 LMC Regional Power Technology and Standards Exchange Conference )ເຊິ່ງຈັດຂື້ນທີຄຸນຫມິງ ປະເທດຈີນ, ເຊິ່ງເປັນເຈົ້າພາບໂດຍບໍລິສັດ China Southern Power Grid Co., Ltd(CSG) ໃຫ້ບັນດາປະເທດໃນພາກພື້ນລ້ານຊ້າງ-ແມ່ນນໍ້າຂອງກອງປະຊຸມດັ່ງກ່າວໄດ້ສຸມໃສ່ຫົວຂໍ້ສໍາຄັນທັງຫມົດຄື: ຕາຄາຍດີຈີຕ໋ອນ,ການຮັກສາພະລັງງານແສງອາທິດ ແລະ

Scroll to Top