ກົມມາດຕະຖານ ແລະ ວັດແທກ ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນມາດຕະຖານໂລກ ຄົບຮອບ 79 ປີ ໃນຕອນເຊົ້າຂອງວັນທີ 14 ຕຸລາ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນມາດຕະຖານໂລກ ຄົບຮອບ 79 ປີ. ໂດຍການເປັນປະທານຂອງທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດລາວ, ພ້ອມດ້ວຍຄະນະນຳພາຍໃນກະຊວງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເນັ້ນຢ້ຳບົດບາດຂອງມາດຕະຖານສາກົນ ໃນການຊຸກຍູ້ເສດຖະກິດ-ສັງຄົມ, ສ້າງຄວາມຍຸດຕິທຳ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພ້ອມທັງສ້າງຄວາມຮັບຮູ້ໃຫ້ແກ່ທຸກພາກສ່ວນໃນສັງຄົມ ກ່ຽວກັບການນຳໃຊ້ມາດຕະຖານເພື່ອຍົກສູງສະມັດຕະພາບການຜະລິດ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ. ອົງການມາດຕະຖານສາກົນ (ISO) ສ້າງຕັ້ງຂຶ້ນໃນປີ 1947 ປັດຈຸບັນມີສະມາຊິກ 177 ປະເທດ, ມີສຳນັກງານໃຫຍ່ຢູ່ທີ່ ເມືອງເຈນິວາ, ປະເທດສະວິດເຊີແລນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຜູ້ສັງເກດການໃນເດືອນມັງກອນ 2007 ແລະ ໄດ້ເລື່ອນເປັນສະມາຊິກເຄິ່ງສົມບູນໃນຕົ້ນປີ 2017, ເຊິ່ງປີ 2026 ນີ້ ຖືເປັນປີທີ 19 ຂອງການເປັນສະມາຊິກ. ການສະເຫຼີມສະຫຼອງໃນປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ວິໄສທັດຮ່ວມກັນ ເພື່ອໂລກທີ່ດີກວ່າ: ເນັ້ນໃສ່ເປົ້າໝາຍການພັດທະນາທີ່ຍືນຍົງ SDG 7 – ພະລັງງານສະອາດ ທີ່ທຸກຄົນເຂົ້າເຖິງໄດ້”. ປັດຈຸບັນ, ກົມມາດຕະຖານ ແລະ ວັດແທກ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານດັ່ງກ່າວຢ່າງຮອບດ້ານ ໂດຍຜົນງານທີ່ພົ້ນເດັ່ນມີດັ່ງນີ້: • ຮັບຮອງມາດຕະຖານແຫ່ງຊາດແລ້ວທັງໝົດ 643 ມາດຕະຖານ(ຮັບຮອງເອົາມາດຕະຖານສາກົນ ISO & IEC ມາເປັນມາດຕະຖານແຫ່ງຊາດ 575 ມາດຕະຖານ, ມາດຕະຖານທີ່ສ້າງເອງ 68 ມາດຕະຖານ, • ໃນປີ 2026 ນີ້ ໄດ້ສ້າງ ແລະ ປະກາດໃຊ້ເພີ່ມ 18 ມາດຕະຖານ ໃນ 3 ຂົງເຂດຄື: ວັດສະດຸກໍ່ສ້າງ, ຜະລິດຕະພັນກະສິກຳ, ນ້ຳມັນເຊື້ອໄຟ ແລະ ອາຍແກັດ. • ໃນນັ້ນມາດຕະຖານສ້າງໃໝ່ 14