ກອງປະຊຸມປະຖົມມະລຶກສະພາມາດຕະຖານແຫ່ງຊາດ (ຊຸດທີ່ III)

0
58

ໃນວັນທີ 7-8 ກັນຍາ 2023 ທີ່ຫ້ອງປະຊຸມໂຮງແຮມທະວີສຸກໄອແລນ, ເມືອງວັງວຽງ, ແຂວງວຽງຈັນ. ກອງເລຂາສະພາມາດຕະຖານແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກອງປະຊຸມປະຖົມມະລຶກສະພາມາດຕະຖານແຫ່ງຊາດ (ຊຸດທີ່ III)  ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ທ່ານ ນາງ ຈັນສຸກ ແສງພະຈັນ, ປະທານສະພາມາດຕະຖານແຫ່ງຊາດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານການເຄື່ອນໄຫວຂອງສະພາມາດຕະຖານແຫ່ງຊາດໃນໄລຍະຜ່ານມາ ຈົນເຖິງປະຈຸບັນ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ປີ 2023-2026, ເຜີຍແຜ່ຂໍ້ຕົກລົວວ່າດ້ວຍການແຕ່ງຕັ້ງບຸກຄະລາກອນຂອງສະພາມາດຕະຖານແຫ່ງຊາດ (ຊຸດທີ III), ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາມາດຕະຖານແຫ່ງຊາດ (ສະບັບປັບປຸງ), ສ້າງ ແລະ ປັບປຸງຄະນະກຳມະການເຕັກຍິດແຫ່ງຊາດທັງໝົດ 22 ຂົງເຂດ ໃຫ້ບັນດາຄະນະກຳມະການທຸກທ່ານໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ.

LEAVE A REPLY

Please enter your comment!
Please enter your name here