ທ່ານ ຫົວໜ້າກົມມາດຕະຖານ ແລະ ວັດແທກເຂົ້າຮ່ວມກອງປະຊຸມປຶກສາຫາລື ທີ່ ນະຄອນຊິດນີ້ ປະເທດ ອົສຕາລີ

0
38

ໃນລະຫວ່າງ ວັນທີ 28 ຫາ 29 ກຸມພາ 2024 ກົມມາດຕະຖານ ແລະ ວັດແທກ ນຳໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ທີ່ນະຄອນ ຊິດນີ້ ປະເທດ ອົສຕາລີ ໂດຍເປັນການຕອບຮັບຄຳເຊີນຈາກ ອົງການມາດຕະຖານອົສຕາລີ(Standards Australia) ເຊິ່ງມີ 6ປະເທດສະມາຊິກອາຊຽນ ເຂົ້າຮ່ວມ ເຊັ່ນ: ກໍາປູເຈຍ, ອີນໂດເນເຊຍ, ຟີລິບປິນ, ໄທ ແລະ ສປປ ລາວ, ຈຸດປະສົງ ເພື່ອປຶກສາຫາລື ທົບທວນແຜນ ແລະ ສ້າງແຜນກິດຈະກໍາທີ່ກ່ຽວຂ້ອງກັບມາດຕະຖານເຕັກໂນໂລຊີທີ່ທັນສະໄໝ ພາຍໃຕ້ໂຄງການ ເຕັກໂນໂລຊີທີ່ສຳຄັນ ແລະ ເກີດຂື້ນໃໝ່ໃນອາຊີຕາເວັນອອກສຽງໃຕ້ (Critical and Emerging Technology South East Asia Project)

ເຊິ່ງມາດຕະຖານດັ່ງກ່າວເປັນມາດຕະຖານໃໝ່ ແລະ ສຳຄັນໃນປະຈຸບັນໂດຍສະເພາະແມ່ນມາດຕະຖານເຕັກໂນໂລຊີທີ່ກ່ຽວຂ້ອງກັບ ຄວາມປອດໄພທາງດ້ານໄຊເບີ (cyber security), AI, Blockchance ເປັນຕົ້ນ, ເຊິ່ງເປັນໂອກາດອັນດີ ຂອງໜ່ວຍງາານມາດຕະຖານແຫ່ງຊາດ, ໂດຍສະເພາະ ກົມມາດຕະຖານ ແລະ ວັດແທກ ຈະໄດ້ພິຈາລະນາ,ຮັບຮອງເປັນມາດຕະຖານແຫ່ງຊາດ ແລະ ນຳໃຊ້ບັນດາມາດຕະຖານດັ່ງກ່າວໃນອານາຄົດອັນໃກ້, ແລະ ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ ກົມມາດຕະຖານ ຮ່ວມກັບ ອົງການມາດຕະຖານອົສຕາລີ ຈະໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບມາດຕະຖານດັ່ງກ່າວໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຊິ່ງຄາດວ່າຈະຈັດຂື້ນ ໃນວັນທີ 9 ພຶດສະພາ ທີ່ຈະມາເຖິງນີ້.

LEAVE A REPLY

Please enter your comment!
Please enter your name here