ພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນວັດແທກໂລກ 20 ພຶດສະພາ 2024 ຄົບຮອບ 149 ປີ.

0
113

ໃນຕອນບ່າຍຂອງວັນທີ 20  ພຶດສະພາ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນວັດແທກໂລກ 20  ພຶດສະພາ 2024 ຄົບ 149 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ.

        ສປປ ລາວ ໃນນາມເປັນຜູ້ສັງເກດການ ຂອງອົງການວັດແທກສາກົນພ້ອມດ້ວຍບັນດາປະເທດທົ່ວໂລກ ພ້ອມກັນສະເຫຼີມສະຫຼອງວັນວັດແທກໂລກ 20 ພຶດສະພາ 2024 ພາຍໃຕ້ຄຳຂວັນ ທີ່ວ່າ: ເລີ່ມວັດແທກແຕ່ມື້ນີ້ ເພື່ອອະນາຄົດທີ່ຍືນຍົງຂອງພວກເຮົາ ”(We measure today for a sustainable tomorrow), ເຊິ່ງມີຄວາມໝາຍສໍາຄັນ ທີ່ເຮັດໃຫ້ພວກເຮົາຮູ້ວ່າ ການ ກວດສອບ ແລະ ການຢັ້ງຢືນກ່ຽວກັບ ວຽກງານການວັດແທກ ແມ່ນເປັນສ່ວນປະກອບໜຶ່ງ ຂອງເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຮັບປະກັນຄວາມຖືກຕ້ອງໃນການແລກປ່ຽນຊື້-ຂາຍ ຢູ່ໃນສັງຄົມ ແລະ ເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ ໂດຍຮຽກຮ້ອງໃຫ້ທຸກໆພາກສ່ວນມີສ່ວນຮ່ວມ ບໍ່ວ່າຈະເປັນ ພາກລັດ-ພາກເອກະຊົນ, ລັດວິສາຫະກິດ, ບໍລິສັດສ່ວນບຸກຄົນ ແລະ ໂຮງຈັກໂຮງງານ ເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ໂດຍຍົກສູງວຽກງານການວັດແທກ ທັງໃນລະດັບຊາດ, ພາກພື້ນ ແລະ ສາກົນ.

       ວຽກງານການວັດແທກ ເປັນບ່ອນອີງທີ່ສຳຄັນໃຫ້ແກ່ບັນດາເຄື່ອງມືທີ່ນໍາໃຊ້ເຂົ້າໃນການຜະລິດ, ການນໍາເຂົ້າ ແລະ ສົ່ງອອກຂອງຜະລິດຕະພັນ ແລະ ສິນຄ້າ ໃຫ້ໄດ້ຕາມມາດຕະຖານດ້ານປະລິມານ ຕາມສະຫຼາກ ທີ່ກໍານົດໄວ້. ເພື່ອຮັບປະກັນໃຫ້ສັງຄົມມີຄວາມປອດໄພ ແລະ ມີຄວາມຍຸຕິທໍາ ປະກອບສ່ວນເຂົ້າໃນການປົກປັກຮັກສາ ສິ່ງແວດລ້ອມ ແລະ ພັດທະນາເສດຖະກິດສັງຄົມຂອງຊາດ.

         ຈຸດປະສົງ ຂອງການສະເຫຼີມສະຫຼອງ ວັນວັດແທກໂລກ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງ ວຽກງານການວັດແທກ, ຜູ້ປະກອບການ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານ ການວັດແທກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍ່ເພື່ອພັດທະນາວຽກງານ ການວັດແທກ ໃຫ້ສາມາດຊຸກຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ, ລວມທັງການນໍາໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນເຄື່ອງມືອຸປະກອນການວັດແທກ, ລວມທັງການກວດສອບ, ເຄື່ອງມືອຸປະກອນວັດແທກທີ່ນໍາໃຊ້ເຂົ້າໃນການ ຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ບັນລຸເປົ້າໝາຍການສ້າງຄວາມຍຸຕິທຳໃນສັງຄົມ.

         ເພື່ອເປັນຂໍ້ມູນໃຫ້ແກ່ບັນດາທ່ານ, ວັນວັດແທກໂລກໃນປີ 2024 ແມ່ນຄວາມຍືນຍົງ ( Sustainability )”.ໃນ ປີນີ້ ອົງການ ຢູເນສໂກ້  ໄດ້ ຮັບຮອງ ເອົາ ວັນ ທີ 20ພຶດສະພາ  ຂອງທຸກໆປີ   ຂອງອົງການ ຢູເນສໂກ້(UNESCO) ຢ່າງ ເປັນ ທາງ ການ. ການກໍານົດໃນຄັ້ງນີ້ເປັນການເປີດຊ່ອງທາງໃຫມ່ ເພື່ອສົ່ງເສີມການວັດແທກ, ໂດຍສອດຄ່ອງກັບພາລະກິດຂອງ ອົງການ ອຸຍເນດໂກ້ ໃນການເສີມສ້າງໂລກໃຫ້ດີຂຶ້ນກວ່າເກົ່າ ໂດຍຜ່ານວິທະຍາສາດ ແລະ ການສຶກສາ.

LEAVE A REPLY

Please enter your comment!
Please enter your name here