ກອງປະຊຸມຝຶກອົບຮົມ ກ່ຽວກັບການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ ນະຄອນຫຼວງວຽງຈັນ

0
306

ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນຂື້ນໃນທົ່ວປະເທດ ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ນະຄອນຫຼວງ ຊຶ່ງມີເນື້ອໃນ ແລະ ຄໍາເຫັນຕໍ່ການຝຶກອັບຮົມດັ່ງກ່າວດັ່ງນີ້:

ານຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟເຊິ່ງມີຄວາມສໍາຄັນ ທີ່ເຮັດໃຫ້ພວກເຮົາຮັບຮູ້ການກວດສອບ ແລະ ການຢັ້ງຢືນກ່ຽວກັບ ວຽກງານການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃຫ້ໄດ້ຕາມຕະຖານ ແລະ ບໍລິມາດທີ່ໄດ້ກໍານົດໄວ້ ຊຶ່ງເປັນສ່ວນໜຶ່ງ ໃນການພັດທະນາແບບຍືນຍົງ ເພື່ອຮັບປະກັນຄວາມຖືກຕ້ອງ, ໃຫ້ຄວາມເປັນທຳໃນການແລກປ່ຽນຊື້-ຂາຍ ນ້ຳມັນ ຢູ່ໃສັງຄົມ ແລະ ເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ ໂດຍຮຽກຮ້ອງໃຫ້ທຸກໆພາກສ່ວນມີສ່ວນຮ່ວມ ບໍວ່າຈະເປັນ ພາກລັດ-ພາກເອກະຊົນ, ລັດວິສາຫະກິດ, ບໍລິສັດສ່ວນບຸກຄົນ ແລະ ໂຮງຈັກໂຮງງານ ເຂົ້າໃນການພັດທະນາເສດຖະກິິດແບບຍືນຍົງ ໂດຍຍົກສູງວຽກງານການວັດແທກ ທັງໃນລະດັບຊາດ, ພາກພື້ນ ແລະ ສາກົນ. ເພື່ອຮັບປະກັນໃຫ້ສັງຄົມມີຄວາມປອດໄພ ແລະ ມີຄວາມຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດສັງຄົມຂອງຊາດ.

 ຈຸດປະສົງ ການຝຶກອົບຮົມໃນໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ວິຊາການ ທັງເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນໃນທົ່ວປະເທດສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງວຽກງານການວັດແທກ, ຜູ້ປະກອບການ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານ ການກດສອບຫົວຈ່າຍປໍ້ານໍ້າມັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍ່ເພື່ອພັດທະນາວຽກງານ ການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃຫ້ສາມາດຊຸກຍູ້ສົ່ງເສີມການຄ້າ ແລະ ການຜະລິດອຸດສາຫະກຳ ທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນຫົວຈ່າຍປໍ້ານໍ້າມັນ, ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ມີຄວາມໝັ້ນໃຈ ແລະ ບັນລຸເປົ້າໝາຍການສ້າງຄວາມຍຸຕິທຳໃນສັງຄົມ.

 ຈຸບັນນີ້ ວຽກງານການວັດແທກຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ,ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວ ສາມາດສ້າງໄດ້ບັນດາ ນິຕິກຳໃນການຄຸ້ມຄອງ, ​ພັດທະນາ ແລະ ບໍລິການວຽກງານ ວັດແທກ ກໍຄື ການສ້າງກົດໝາຍ, ດຳລັດ, ບັນດານິຕິກໍາ ລຸ່ມກົດໝາຍ ເພື່ອເປັນການຊຸກຍູ້ໃນການ ກວດສອບ, ສອບທຽບ ແລະ ຢັ້ງຢືນເຄື່ອງມືອຸປະກອນການວັດແທກ ໂດຍສະເພາະ ຫົວຈ່າຍປໍ້ານໍ້າມັນ ໃຫ້ບັນດາ ລັດວິສາຫະກິດນໍ້າມັນເຊື້ອໄຟ, ບໍລິສັດ ຕ່າງໆ ແນໃສ່ໃຫ້ສອດຄ່ອງກັບ ຫຼັກການ, ລະບຽບ ທັງພາກພື້ນ ແລະ ສາກົນ.

LEAVE A REPLY

Please enter your comment!
Please enter your name here