ກົມມາດຕະຖານ ແລະ ວັດແທກ ສຳເລັດການລົງຕິດຕາມສອບທຽບ ຊິງຊັ່ງຂະໜາດ 3.000 ກິໂລກຣາມ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ

0
25

ຕອນເຊົ້າຂອງວັນທີ 16-18 ກໍລະກົດ 2024 ນີ້ກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ດຳເນີນການລົງສອບທຽບ  ເຄື່ອງມືວັດແທກ ປະເພດ ຊິງຊັ່ງ  ຕັ້ງຢູ່ພາກສະໜາມຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຊີ່ງແມ່ນໜ້າທີ່ຮັບຜິດຊອບຂອງ ສູນວັດແທກ , ກມວ ໂດຍມີວິຊາການສະເພາະ ສອບທຽບ ຊິງຊັ່ງ  ລົງຈັດຕັ້ງປະຕິບັດສອບທຽບ ຕົວຈິງ. ຜ່ານມານີ້ ກ່ຽວກັບວຽກງານການສອບທຽບ ຊິງຊັ່ງ ໂດຍອີງຕາມລະບຽບການສອບທຽບ ຂອງສາກົນ OIML R 76

ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື ພະນັກງານວິຊາການຂອງສູນວັດແທກ,ກົມມາດຕະຖານ ແລະ ວັດແທກ ກະຊວງອຸສາຫະກໍາ ແລະ ການຄ້າ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຂົ້າຮ່ວມ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຖືກຕ້ອງ ຊັດເຈນ ທາງດ້ານນໍ້າໜັກທີ່ກໍານົດໄວ້  ແລະ ອີກຢ່າງໜຶ່ກໍ່ສ້າງຄວາມເຊື່ອໝັ້ນໃຫ້ແກ້ຜູ້ ປະກອບການ ແລະ ຜູ້ຊົມໃຊ້ ເຮັດໃຫ້ສັງຄົມມີຄວາມຍຸຕິທໍາ

ໃນການລົງຕິດຕາມກວດສອບໃນຄັ້ງນີ້ແມ່ນໄດ້ສອບທຽບ ປະເພດ ຊິງຊັ່ງຂະໜາດ 3.000 ກິໂລກະລາມ ທັງໝົດ ຈຳນວນ 5 ໜ່ວຍ,  ເພື່ອພ້ອມກັນປະຕິບັດຕາມ ກົດໝາຍ ແລະລະບຽບການ, ໃນການຄຸ້ມຄອງ ຊິງຊັ່ງ ດັ່ງກ່າວ, ຫຼັງຈາກມີການສອບທຽບ ທາງກົມມາດຕະຖານຈະໄດ້ອອກໃບຢັ້ງຢືນການສອບທຽບ ຊິງຊັ່ງ ດັ່ງກ່າວ

LEAVE A REPLY

Please enter your comment!
Please enter your name here