ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະ ຊິງຊັ່ງຕາມທ້ອງຕະຫຼາດໃນເທດສະບານ ແຂວງສະຫວັນນະເຂດ.

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະ ຊິງຊັ່ງຕາມທ້ອງຕະຫຼາດໃນເທດສະບານ ແຂວງສະຫວັນນະເຂດ.

ໃນລະຫວ່າງວັນທີ 19-21 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີ ວຽກງານມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ລົງກວດກາ ບໍລິມາດຫົວຈ່າຍນຳ້ມັນເຊື້ອໄຟຕາມປ້ຳຈຳໜ່າຍ ແລະ ຊິງຊັ່ງຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງສະຫວັນນະເຂດ ໃນນີ້ການກວດກາບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟຕາມປໍ້າຈໍາໝາຍ ຈຳນວນ 20 ປໍ້າ ແລະ ຊິງຊັ່ງຕາມທ້ອງຕະຫຼາດໄດ້ 159 ຮ້ານ.

ຜ່ານການກວດກາບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງເຫັນວ່າ ນໍ້າມັນກາຊວນ ແລະ ແອັດຊັງ ບາງປໍ້າຍັງມີຫົວຈ່າຍຈຳນວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກຳນົດ ± 25 ml (0,5%) ແຕ່ກວດກາສະພາບຕູ້ຈ່າຍ ແລະ ໜີບກົ່ວລ໋ອກຊິນຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ເຫັນວ່າຍັງຢູ່ໃນສະພາບປົກກະຕິເມືອມີການໃຊ້ງານເປັນປະຈໍາອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ.

ດັ່ງນັ້ນ ທີມກວດກາຈຶ່ງໄດ້ປັບໃຫ້ຢູ່ໃນຄ່າອະນຸຍາດທີ່ກໍານົດພ້ອມທັງເຮັດບົດບັນທຶກກ່າວເຕືອນ, ສຳລັບຊິງຊັ່ງຕະຫຼາດແມ່ນໄດ້ມີການຢຶດຊິງຊັ່ງທີ່ບໍ່ຖືກຕ້ອງຕາມລະບຽບການຈຳນວນ 07 ໜ່ວຍ ເພື່ອເອົາມາທຳລາຍ.

ຖ້າຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສກ່ຽວກັບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ຫຼື ຊື້ສິນຄ້າແລ້ວຊັ່ງເຄື່ອງບໍ່ເຕັມຕາມຈຳນວນ ຜູ້ຊົມໃຊ້ສາມາດໂທແຈ້ງຮ້ອງຮຽນສາຍດ່ວນ 1513.

Leave a Comment

Your email address will not be published. Required fields are marked *

Scroll to Top