ກົມມາດຕະຖານ ແລະ ວັດແທກ

ວຽກງານຝຶກອົບຮົມ

ຂ່າວສານ & ກິດຈະກຳ, ວຽກງານຝຶກອົບຮົມ

ກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ການ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບມາດຕະຖານສາກົນ ISO/IEC 17025 ແລະ ISO/IEC 17065 ວ່າດ້ວຍລະບົບຫ້ອງທົດລອງ ແລະ ລະບົບການຢັ້ງຢືນຄຸນນະພາບ

ໃນວັນທີ 2 ພະຈິກ 2023 ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ການ ສ້າງຄວາມຮັບຮູ້ແລະ ເຂົ້າໃຈກ່ຽວກັບມາດຕະຖານສາກົນ ISO/IEC 17025 ແລະ ISO/IEC 17065 ວ່າດ້ວຍລະບົບຫ້ອງທົດລອງ ແລະ ລະບົບການຢັ້ງຢືນຄຸນນະພາບ, ໂດຍ ການເປັນປະທານຂອງທ່ານ ປອ ສົມພອນໄຊ ວົງດາລາ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີພະນັກງານພາຍໃນກົມມາດຕະຖານ ແລະວັດແທກ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທັງໝົດ 25 ທ່ານ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນມີຊຽວຊານຈາກ ສ. ເກຼົາຫຼີເປັນຜູ້ຝຶກສອນ ຊຶ່ງມີຫຼາຍຫົວຂໍ້ທີສໍາຄັນທີ່ຈະໄດ້ນຳມາຝຶກອົບຮົມ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານ ດ້ານວຽກງານມາດຕະຖານ, […]

ຂ່າວສານ & ກິດຈະກຳ, ວຽກງານຝຶກອົບຮົມ

ກອງປະຊຸມປະຖົມມະລຶກສະພາມາດຕະຖານແຫ່ງຊາດ (ຊຸດທີ່ III)

ໃນວັນທີ 7-8 ກັນຍາ 2023 ທີ່ຫ້ອງປະຊຸມໂຮງແຮມທະວີສຸກໄອແລນ, ເມືອງວັງວຽງ, ແຂວງວຽງຈັນ. ກອງເລຂາສະພາມາດຕະຖານແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກອງປະຊຸມປະຖົມມະລຶກສະພາມາດຕະຖານແຫ່ງຊາດ (ຊຸດທີ່ III)  ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ທ່ານ ນາງ ຈັນສຸກ ແສງພະຈັນ, ປະທານສະພາມາດຕະຖານແຫ່ງຊາດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານການເຄື່ອນໄຫວຂອງສະພາມາດຕະຖານແຫ່ງຊາດໃນໄລຍະຜ່ານມາ ຈົນເຖິງປະຈຸບັນ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ປີ 2023-2026, ເຜີຍແຜ່ຂໍ້ຕົກລົວວ່າດ້ວຍການແຕ່ງຕັ້ງບຸກຄະລາກອນຂອງສະພາມາດຕະຖານແຫ່ງຊາດ (ຊຸດທີ III), ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາມາດຕະຖານແຫ່ງຊາດ (ສະບັບປັບປຸງ), ສ້າງ ແລະ ປັບປຸງຄະນະກຳມະການເຕັກຍິດແຫ່ງຊາດທັງໝົດ 22 ຂົງເຂດ ໃຫ້ບັນດາຄະນະກຳມະການທຸກທ່ານໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ.

ຂ່າວສານ & ກິດຈະກຳ, ວຽກງານຝຶກອົບຮົມ

ກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເຄື່ອງເອັກສະເລທາງດ້ານການແພດ

ໃນຕອນເຊົ້າຂອງ ວັນທີ 22 ສິງຫາ 2023, ກົມມາດຕະຖານ ແລະ ວັດແທກ  ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເຄື່ອງເອັກສະເລທາງດ້ານການແພດ, ໂດຍ ການເປັນ ປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ມີຫົວໜ້າພະ ແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຮອງຫົວໜ້າສູນ, ກົມເຄມີກະຊວງປ້ອງກັນປະເທດ, ກົມສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ, ກົມວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ, ກົມນຳເຂົ້າ ແລະ ສົ່ງອອກ, ກົມສົ່ງເສີມການຄ້າ, ກົມອຸດສາຫະກຳ ແລະ ຫັດຖະກຳ, ສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ແຕ່ລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 35

Scroll to Top