ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມ ຫນ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນຢາງພາລາ ອາຊຽນ ຄັ້ງທີ່ 41 (RBPWG), ກອງປະຊຸມຫນ່ວຍງານສະເພາະດ້ານຜະລິດຕະພັນຢາງອາຊຽນ ຄັ້ງທີ່ 32 (TFRBP) ແລະ ກອງປະຊຸມຄະນະກຳມະການດ້ານຫ້ອງທົດລອງຢາງພາລາ ອາຊຽນ ຄັ້ງທີ 8 (ARTLC) ທີ່ ບາງກອກ ປະເທດໄທ.

ໃນລະຫວ່າງວັນທີ 20-24 ເມສາ 2016 ຕາງຫນ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມເປັນປະທານກອງປະຊຸມ ຫນ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນຢາງພາລາ ອາຊຽນ ຄັ້ງທີ່ 41 (RBPWG), ກອງປະຊຸມຫນ່ວຍງານສະເພາະດ້ານຜະລິດຕະພັນຢາງອາຊຽນ ຄັ້ງທີ່ 32 (TFRBP) ແລະ ກອງປະຊຸມຄະນະກຳມະການດ້ານຫ້ອງທົດລອງຢາງພາລາ ອາຊຽນ ຄັ້ງທີ 8 (ARTLC) ທີ່ ບາງກອກ ປະເທດໄທ. ກອງປະຊຸມ TFRBP ໃນຄັ້ງນີ້ ເປັນປະທານໂດຍ ທ່ານ ນາງ ລັດດາວັນ ສີວົງໄຊ ຫົວຫນ້າພະແນກມາດຕະຖານ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເປັນຮອງປະທານໂດຍ ທ່ານ ຟາອຸຊີ ໂມຫາມັດ ໂຊມ ຫົວຫນ້າພະແນກ, ສະພາການຢາງ Malaysia Rubber Board. ກອງປະຊຸມໃນຄັ້ງນີ້ ສປປ ລາວ ໄດ້ປະກອບສ່ວນທີ່ພົ້ນເດັ່ນຄື: ໄດ້ແບ່ງປັນຂໍ້ມູນກ່ຽວກັບຫ້ອງທົດລອງວິໄຈຢາງພາລາ ຕໍ່ອາຊຽນ, ເປັນເຈົ້າການນຳພາສ້າງແຜນປະຕິບັດງານຂອງ RBPWG Work Plan 2026-2030 ໂດຍ ບັນດາປະເທດສະມາຊິກໄດ້ຕັ້ງໜ້າປະກອບຄຳເຫັນໃສ່ຮ່າງແຜນງານດັ່ງກ່າວ ເຊິ່ງຄາດໝາຍຈະຮັບຮອງໃນທ້າຍເດືອນ ພຶດສະພາ 2026 ນີ້. ນອກນັ້ນ, ຍັງສຳເລັດການຄັດເລືອກການເຊື່ອມໂຍງມາດຕະຖານສາກົນ ISO ເພື່ອສະເໜີຫາຄະນະກຳມະການດ້ານມາດຕະຖານອາຊຽນ WG1 ພິຈາລະນາໃນຂັ້ນຕໍ່ໄປ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ສປປ ລາວ ຕ້ອງໄດ້ກຽມຄວາມພ້ອມດ້ານຫ້ອງທົດລອງ, ການອັບເດດບັນດາມາດຕະຖານສາກົນທີ່ໄດ້ມີການຮັບຮອງເປັນມາດຕະຖານແຫ່ງຊາດໃນໄລຍະຜ່ານມາ ໃຫ້ສອດຄ່ອງສະບັບລ່າສຸດທີ່ ອົງການມາດຕະຖານສາກົນ ISO ປະກາດໃຊ້ຢ່າງເປັນທາງການ.

Leave a Comment

Your email address will not be published. Required fields are marked *

Scroll to Top