ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ທີ່ແຂວງສະຫວັນນະເຂດ.

ໃນລະຫວ່າງວັນທີ 5-9 ຕຸລາ 2026 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ໄດ້ສົມທົບກັບຄະນະກໍາມະການເຕັກນິກແຫ່ງຊາດ ແລະ ພະແນກອຸດສາຫະກໍາແຂວງ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ໃຫ້ໄດ້ຮັບການຢັ້ງມາດຕະຖານແຫ່ງຊາດໃຫ້ແກ່ ບໍລິສັດ ນໍ້າຕານອ້ອຍທີທີຊີ ອັດຕະປືຈຳກັດ, ບໍລິສັດ ລົງທຶນ ແລະ ພັດທະນາກະສິກຳພາກໃຕ້ລາວ ຈຳກັດ, ບໍລິສັດ ເບຍສະຫວັນ ຈຳກັດ ແລະ ບໍລິສັດ ເດັນໂຊ ອິນເຕີເນເຊິນແນວ ຈຳກັດ (ເຂດເສດຖະກິດພິເສດແຂວງສະຫວັນນະເຂດ) ທີ່ແຂວງອັດຕະປື ແລະ ສະຫວັນນະເຂດ.

Leave a Comment

Your email address will not be published. Required fields are marked *

Scroll to Top