ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມຄະນະກໍາມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບ ຂອງໜ່ວຍງານວັດແທກທາງດ້ານກົດໝາຍອາຊຽນຄັ້ງທີ 45 (ACCSQ Working Group on Legal Metrology-WG3), ກອງປະຊຸມຄະນະຊ່ຽວຊານວຽກງານວັດແທກອາຊຽນ ຄັ້ງທີ 15 (Expert Group on Metrology-EGM).

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມຄະນະກໍາມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບ ຂອງໜ່ວຍງານວັດແທກທາງດ້ານກົດໝາຍອາຊຽນຄັ້ງທີ 45 (ACCSQ Working Group on Legal Metrology-WG3), ກອງປະຊຸມຄະນະຊ່ຽວຊານວຽກງານວັດແທກອາຊຽນ ຄັ້ງທີ 15 (Expert Group on Metrology-EGM) ແລະ ເຂົ້າຮ່ວມກອງປະຊຸມລະຫວ່າງສອງໜ່ວຍງານຄັ້ງທີ 1 (1st Joint WG3-EGM) ໃນລະຫວ່າງວັນທີ 20 ຫາ 22 ຕຸລາ 2026, ທີ່ ປະເທດ ບຣູໄນ. ຈຸດປະສົງ ເພື່ອພິຈາລະນາ ແລະ ຮັບຮອງເອົາເອກະສານແນວຄວາມຄິດກ່ຽວກັບຂົງເຂດບູລິມະສິດໃນການຮ່ວມມືໄລຍະທີ 1, ປຶກສາຫາລື ແລະ ຮັບຮອງເອົາຮູບແບບການຮ່ວມມື ລວມທັງການສ້າງຮ່າງຂໍ້ກຳນົດ ແລະ ເງື່ອນໄຂ (TOR) ແລະ ສືບຕໍ່ການຈັດຕັ້ງປະຕິບັດແຜນ 5 ປີ ( 2026-2030) ຂອງໜ່ວຍງານວັດແທກອາຊຽນ ແລະ ປຶກສາຫາລືແຜນການຮ່ວມມື ກັບປະເທດຄູ່ຮ່ວມພັດທະນາ.

Leave a Comment

Your email address will not be published. Required fields are marked *

Scroll to Top