
ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ 3 ແຂວງພາກໃຕ້ລົງເຄື່ອນໄຫວວກວດສອບ ແລະ ຢັ້ງຢືນຄຸນນະພາບ ເຄື່ອງສາຍລັງສີດ້ານການແພດ
ອີງຕາມແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນ ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ, ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງຄະນະພະນັກງານວິຊາການ ລົງເຄື່ອນໄຫວປະຕິບັດວຽກງານຢູ່ 3 ແຂວງພາກໃຕ້ ຄື: ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ໃນລະຫວ່າງວັນທີ 25 ຕຸລາ ຫາ 01 ພະຈິກ 2026
ຄະນະເຄື່ອນໄຫວວຽກງານໃນຄັ້ງນີ້ ນຳໂດຍ ທ່ານ ແກ້ວອຸໄທ ພິລາວັນ ຮອງຫົວໜ້າສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະ.
ໃນການລົງເຄື່ອນໄຫວຕົວຈິງຢູ່ທ້ອງຖິ່ນ, ຄະນະທີມງານໄດ້ ປະສານສົມທົບຢ່າງໃກ້ຊິດກັບພະແນກອຸດສາຫະກຳ ແລະ ການຄ້າ ຂອງແຕ່ລະແຂວງ (ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກ ແລະ ຮ່ວມມືກັນ ໃນການດຳເນີນການກວດສອບ ແລະ ຢັ້ງຢືນຄຸນນະພາບ ເຄື່ອງສາຍລັງສີດ້ານການແພດ, ເຄື່ອງລັງສີເອັກສະເລ (X-Ray) ແລະ ເຄື່ອງເອັກສະເລຄອມພິວເຕີ້ CTScan ທາງດ້ານການແພດ ທີ່ຕັ້ງຢູ່ຕາມບັນດາໂຮງໝໍພາກລັດ, ເອກະຊົນແລະ ຄລີນິກຕ່າງໆ.
ການປະສານງານ ແລະ ລົງກວດກາໃນຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍມາດຕະຖານ ໃຫ້ມີຜົນສັກສິດ, ຮັບປະກັນມາດຕະຖານຄວາມປອດໄພທາງດ້ານລັງສີ ແລະ ສ້າງຄວາມເຊື່ອໝັ້ນດ້ານຄຸນນະພາບການບໍລິການສາທາລະນະສຸກໃຫ້ແຕ່ລະທ້ອງຖິ່ນຢ່າງ ຖືກຕ້ອງຕາມລະບຽບກົດໝາຍ.





