ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ ຄັ້ງທີ່I

ໃນວັນທີ 04 ກັນຍາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ ຄັ້ງທີ່ I ຢູ່ທີ່ຫ້ອງປະຊຸມ ຂອງກົມມາດຕະຖານ ແລະ ວັດແທກ ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ.

ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການປົກປ້ອງຜູ້ຊົມໃຊ້ຂົງເຂດວຽກງານມາດຕະຖານ ແລະ ວັດແທກ.

     ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ເພື່ອຄຸ້ມຄອງຜູ້ປະກອບການ ແລະ ປົກປ້ອງຜູ້ຊົມໃຊ້ຜະລິດຕະພັນ, ສິນຄ້າ ແລະ  ການບໍລິການ ຂົງເຂດມາດຕະຖານ ແລະ ວັດແທກໃຫ້ມີຜະລິດຕະພັນ, ສິນຄ້າ ທີ່ມີຄຸນນະພາບ, ຖືກຕ້ອງຕາມລະບຽບການ, ລະບຽບເຕັກນິກ ແລະ ມາດຕະຖານແຫ່ງຊາດ ໂດຍສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ການຄຸ້ມຄອງ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ເພຶ່ອປະກອບສ່ວນໃນການຮັກສາຜົນປະໂຫຍດລວມ ຂອງ ສປປ ລາວ.

Leave a Comment

Your email address will not be published. Required fields are marked *

Scroll to Top