ໃນວັນທີ 14 ສິງຫາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 14-15 ສິງຫາ 2025 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ.
ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການ ໄດ້ຜ່ານດ້ານໂຄງປະກອບ, ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນ ແລະ ທັງເປັນການສຶບຕໍ່ກອງປະຊຸມຜ່ານມາ ທີ່ໂຮງແຮມເດີ້ແກຮນລີເວີຊາຍ 2 ທີ່ເມືອງວັງວຽງ, ແຂວງວຽງຈັນ, ຄັ້ງວັນທີ 18-21 ມີນາ 2025 ກ່ຽວກັບ ການຄົ້ນຄວ້າ, ປືກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງການເຄື່ອນໄຫວຈັດຕັ້ງປະຕິບັດປັບປຸງກົດໝາຍວ່າດ້ວຍການວັດແທກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງ ກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມ ລະບຽບຫຼັກການທີ່ກໍານົດໄວ້.
ສະນັ້ນ, ການຈັດຕັ້ງປະຕິບັດ ຂອງຜູ້ປະກອບການທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນ ແລະ ສິນຄ້າ, ໂດຍສະເພາະເຄື່ອງມືອຸປະກອນການວັດແທກ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ທັງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.





