ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ

ໃນວັນທີ 19 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ.

ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃສ່ຮ່າງປັບປຸງກົດໝາຍວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ກໍານົດໄວ້ ສະນັ້ນ, ການຈັດຕັ້ງປະຕິບັດ ຂອງຜູ້ປະກອບການທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນ ແລະ ສິນຄ້າ, ໂດຍສະເພາະເຄື່ອງມືອຸປະກອນການວັດແທກ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ທັງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

Leave a Comment

Your email address will not be published. Required fields are marked *

Scroll to Top