ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມປຶກສາຫາລື​ກ່ຽວກັບ ແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure)​ ​ໃນ​​ວັນ​ທີ 17ກໍລະກົດ 2026

ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແ່ງຊາດ (National Quality Infrastructure)​ ​ໃນ​​ວັນທີ 17ກໍລະກົດ 2026

ໃນ​ວັນ​ທີ 17 ​ກໍລະກົດ 2026 ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ (National Quality Infrastructure)​. ໃຫ້​ກຽດເປັນປະທານກ່າວ​ເປີ​ດກອງ​ປະຊຸມ​ໂດຍ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າ​             ກົ​ມມາດຕະຖານ ​ແລະ ວັດ​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍການເປັນປະທານຮ່ວມໂດຍ ທ່ານ  ແຄັສໂຊ ກຣີຊັນ (MrCashel Gleeson)ທ່ານອຸປະທູດ ສະຖານທູດອັງກິດປະຈຳລາວ ແລະ ທ່ານ າແຮມ ຣັດແຊວ ເອັມບີອີ (Mr. Graham Russell MBE)ຫົວໜ້າຫ້ອງການມາດຕະຖານ ແລະ ຄວາມປອດໄພ ຜະລດຕະພັນ ແຫ່ງປະເທດອັງກິດ(OPSS-BSI) ຜູ້ເຂົ້າຮ່ວມຈາກທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຂະແຫນງການທີ່ຮັບຜິດຊອບຈັດຕັ້ງປະຕິບັດແຜນງານການພັດທະນາວຽກງານມາດຕະຖານ ແລະ ຄຸນນະພາບ ພາຍໃຕ້ຄະນະກຳມະທິການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ) ໃນແຜນງານການເຊື່ອມຈອດປະຊາຄົມເສດຖະກິດອາຊຽນ ໂດຍໄດ້ຮັບການສະຫນັບສະຫນູນຈາກກອບການຮ່ວມມື  ASEAN-UK Economic intergration programme (EIP) ຕາມແຜນງານຂອງ ( Regulatory Reform Pillar-Standards and National Quality Infrastructur workstream) ທີ່ໄດ້ມີການຮ່ວມມືກັບຊ່ຽວຊານ ຫ້ອງການ ມາດຕະຖານ ແລະ ຄວາມປອດໄພ ຜະລິດຕະພັນ ແຫ່ງປະເທດອັງກິດ (OPSS-BSI) ໃນການສ້າງແຜນພັດທະນາພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານມາດຕະຖານ, ການວັດແທກ, ການຮັບຮອງ ແລະ ການປະເມີນຄວາມສອດຄ່ອງ ເຊິ່ງມີຄວາມກ່ຽວພັນກັບຫລາຍຂົງເຂດວຽກງານ ເປັນຕົ້ນແມ່ນ: ພະລັງງານທົດແທນ, ເຄມີ-ອຸດສາຫະກຳ, ວິສະວະກໍາ-ການກໍ່ສ້າງ, ຄົມມະນາຄົມ, ກະສິກຳ-ປ່າໄມ້, ການທ່ອງທຽວ-ການບໍລິການ ແລະ ວິທະຍາສາດເຕັກໂນໂລຊີ ດ້ວຍຄວາມກ່ຽວພັນຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການສ້າງແຜນວຽກ ພ້ອມທັງສ້າງກົນໄກການປະສານສົມທົບ ແລະ ຈັດຕັ້ງປະຕິບັດວຽກງານດ້ວຍຄວາມເປັນເອກະພາບກັນ.

ເປົ້າໝາຍສຳຄັນໃນການພັດທະນາວຽກງານພື້ນຖານໂຄງລ່າງຄຸນນະພາບແຫ່ງຊາດ ແມ່ນເພື່ອເປັນການເອື້ອອຳນວຍວຽກງານເສົາຄ້ຳເສດຖະກິດທັນສະໄໝຂອງລັດຖະບານ ເນື່ອງຈາກວຽກງານດັ່ງກ່າວໄດ້ກວມເອົາການ​ປະ​ເມີນ​ຄວາມ​ສອດຄ່ອງເຊິ່ງມີ​ບົດບາດສູງ​ໃນ​ການ​ຮັບປະກັນ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເຊື່ອໝັ້ນ ບໍ່ພຽງແຕ່ເປັນຂໍ້ກຳນົດທາງດ້ານລະບຽບການເຕັກນິກເທົ່ານັ້ນ ແຕ່ຍັງເປັນປັດໄຈສໍາຄັນຂອງວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງຕະຫຼາດ ແລະ ການພັດທະນາແບບຍືນຍົງອີກດ້ວຍ.

​ສຳລັບ ສປປ ລາວ ການສ້າງພື້ນຖານໂຄງລ່າງຄຸນນະພາບແຫ່ງຊາດແມ່ນເປັນບູລິມະສິດແຫ່ງຊາດ ທີ່ພວກເຮົາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໂດຍສະເພາະແມ່ນລະບົບ ການຢັ້ງຢືນ, ການຮັບຮອງ, ການກວດກາ, ແລະ ການທົດສອບ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ອຳນວຍຄວາມສະດວກໃນການຫັນປ່ຽນເສດຖະກິດຂອງພວກເຮົາ ພ້ອມທັງ​ເພີ່ມ​ທະ​ວີ​ການ​ແຂ່ງ​ຂັນດ້ານການຄ້າ, ການປົກ​ປ້ອງ​ຜູ້​ຊົມໃຊ້, ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ປະ​ກັນ​ຄວາມ​ໜັ້ນຄົງ​​ຂອງ​ຊາດ.

​ທັງໝົດທີ່ກ່າວມານີ້ ແມ່ນການສັງລວມເອົາບັນດາຈຸດປະສົງ ແລະ ເນື້ອໃນແຜນການສ້າງພື້ນຖານໂຄງລ່າງຄຸນນະພາບແຫ່ງຊາດ ຂອງ ສປປ ລາວ ພ້ອມທັງວຽກງານອື່ນທີ່ກ່ຽວຂ້ອງ ແລະ ກອງປະຊຸມໄດ້ປິດລົງໃນຕອນແລງຂອງວັນດຽວກັນ.

Leave a Comment

Your email address will not be published. Required fields are marked *

Scroll to Top