
ກອງປະຊຸມເຄືອຂ່າຍຄວາມຮ່ວມມືດ້ານວຽກງານມາດຕະຖານ ອາຊຽນ – ເກົາຫຼີ (AKSCN) ຄັ້ງທີ 3 ໄດ້ເປີດຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຮ່ວມກັນທັງສອງຝ່າຍ ອາຊຽນ ແລະ ເກົາຫຼີ ທີ່ເມືອງ ເຊອຸນ, ສ. ເກົາຫຼີ ໃນລະຫວ່າງວັນທີ 3-5 ພະຈິກ 2026 ທີ່ຜ່ານມາ ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການເສີມຂະຫຍາຍການຮ່ວມມືດ້ານມາດຕະຖານອຸດສາຫະກຳ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືອັນສຳຄັນລະຫວ່າງໜ່ວຍງານມາດຕະຖານຂອງບັນດາປະເທດສະມາຊິກກອາຊຽນ ແລະ ອົງການມາດຕະຖານ ແລະ ເຕັກໂນໂລຊີ ສ.ເກົາຫຼີ (KATS) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ສະມາຄົມອຸດສາຫະກຳອັດສະລິຍະເກົາຫຼີ (KOIIA), ອົງການ ITS ປະເທດເກົາຫຼີ (ITSK) ແລະ ຫ້ອງທົດລອງກວດສອບຄວາມສອດຄ່ອງເກົາຫຼີ (KCL)
ກອງປະຊຸມໄດ້ມີການປຶກສາຫາລືຄົ້ນຄວ້າພິຈາລະນາຜົນໄດ້ຮັບຈາກກອງປະຊຸມ AKSCN-JRG ຄັ້ງທີ່ຜ່ານມາ, ແນວທາງການຈັດຕັ້ງປະຕິບັດແລະ ແຜນການເຄື່ອນໄຫວຂອງ AKSCN-JRG ໃນຕໍ່ໜ້າ ໂດຍແນໃສ່ 3 ຂົງເຂດວຽກງານ ຄື: ການຜະລິດທີ່ທັນສະໄໝ (Smart Manufacturing), ການພັດທະນາຕົວເມືອງອັດສະລີຍະ (Smart City) ແລະ ການກໍ່ສ້າງອາຄານພະລັງງານສີຂຽວ (Green Construction) ເພື່ອເປັນການແລກປ່ຽນບົດຮຽນປະສົບການ, ການຮ່ວມມືໃນການພັດທະນາ ແລະ ເຊື່ອມໂຍງມາດຕະຖານ ຕະຫຼອດຈົນເຖິງການຜັນຂະຫຍາຍແຜນການຮ່ວມກັນໃນການຍົກລະດັບມາດຕະຖານດ້ານເຕັກໂນໂລຊີລະຫວ່າງ ອາຊຽນ ແລະ ສ. ເກົາຫຼີ ໃຫ້ກ້າວໄປສູ່ການພັດທະນາແບບຍືນຍົງຮ່ວມກັນໃນອະນາຄົດ.


