

ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມຜ່ານຮ່າງມາດຕະຖານແຫ່ງຊາດ ດ້ານຫົວສາກ, ຕູ້ສາກ ແລະ ແບັດເຕີຣີ EV ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ
ໃນວັນທີ 29 ຕຸລາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳຄັນຂຶ້ນເພື່ອຄົ້ນຄວ້າ, ປຶກສາຫາລື, ພິຈາລະນາ ໃນການກຳນົດຮ່າງມາດຕະຖານແຫ່ງຊາດຂັ້ນຄະນະກຳມະການເຕັກນິກແຫ່ງຊາດກ່ຽວກັບຫົວສາກ, ຕູ້ສາກ ແລະ ລະບົບແບັດເຕີຣີ ສຳລັບຍານພາຫະນະໄຟຟ້າ (EV) ໃນຂັ້ນຄະນະກຳມະການເຕັກນິກ
ກອງປະຊຸມດັ່ງກ່າວ ດຳເນີນການໂດຍການເປັນປະທານຂອງ ທ່ານ ສຸກອາລົມ ໂສສຸພັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ໂດຍມີການເຂົ້າຮ່ວມຢ່າງພ້ອມພຽງຈາກຫົວຫນ້າໜ່ວຍງານ ແລະ ຕາງໜ້າຄະນະກຳມະການເຕັກນິກແຫ່ງຊາດດ້ານຍານພາຫະນະ ແລະ ຄະນະກຳມະການເຕັກນິກດ້ານໄຟຟ້າ ແລະ ເອເລັກໂຕຣນິກ, ກອງເລຂາ, ຕາງຫນ້າພະນັກງານຈາກກົມມາດຕະຖານ ແລະ ວັດແທກ ລວມເຖິງພາກທຸລະກິດ ແລະ ບໍລິສັດນຳເຂົ້າ-ຈໍາຫນ່າຍທີ່ດຳເນີນກິດຈະການກ່ຽວກັບ EV.
ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ກວາງຊີ (GXIST), ຜູ້ປະກອບການລົດໄຟຟ້າ ຈາກ ສປ ຈີນ ເຂົ້າຮ່ວມໃນນາມຜູ້ປະກອບການ. ການຈັດກອງປະຊຸມໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຄະນະສະເພາະກິດ 31/ນຍ ກ່ຽວກັບການສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ຢູ່ ສປປ ລາວ. ເປົ້າໝາຍຫຼັກແມ່ນເພື່ອສ້າງໂຄງລ່າງພື້ນຖານທາງດ້ານຄຸນນະພາບ (National Quality Infrastructure) ທີ່ຮັດກຸມ, ຮັບປະກັນຄວາມປອດໄພໃຫ້ແກ່ສັງຄົມໃນດ້ານການສ້າງ ແລະ ຮັບຮອງມາດຕະຖານສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການກວດສອບ ແລະ ຢັ້ງຢືນຄຸນນະພາບຍານພາຫະນະໄຟຟ້າ EV ພາຍໃນປະເທດໄດ້ມາດຕະຖານທຽບເທົ່າສາກົນ. ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການມີສ່ວນຮ່ວມຈາກທຸກພາກສ່ວນ ທັງພາກລັດ, ຊ່ຽວຊານຕ່າງປະເທດ ແລະ ພາກທຸລະກິດ ເຂົ້າຮ່ວມຄົ້ນຄວ້າ ເພື່ອເຮັດໃຫ້ຮ່າງມາດຕະຖານສະບັບນີ້ມີຄວາມສົມບູນ ແລະ ສາມາດນຳໃຊ້ໄດ້ຈິງ.
ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຊີ້ແຈງເຖິງແຜນວຽກໃນຂັ້ນຕໍ່ໄປວ່າ: ພາຍຫຼັງທີ່ຮ່າງມາດຕະຖານຊຸດນີ້ ໄດ້ຜ່ານການຄົ້ນຄວ້າ ແລະ ຮັບຮອງໃນຂັ້ນຄະນະກຳມະການເຕັກນິກເປັນທີ່ຮຽບຮ້ອຍແລ້ວ, ກົມມາດຕະຖານ ແລະ ວັດແທກ ຈະສືບຕໍ່ນຳສະເໜີຜ່ານຂັ້ນສະພາມາດຕະຖານແຫ່ງຊາດ ເພື່ອພິຈາລະນາ ແລະ ຮຽນສະເໜີຕໍ່ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລົງນາມປະກາດໃຊ້ຢ່າງເປັນທາງການ.
ກົມມາດຕະຖານ ແລະ ວັດແທກ ໄດ້ວາງເປົ້າໝາຍຢ່າງຈະແຈ້ງ ໃນການຊຸກຍູ້ໃຫ້ມາດຕະຖານແຫ່ງຊາດ ດ້ານຫົວສາກ, ຕູ້ສາກ ແລະ ລະບົບແບັດເຕີຣີ ສຳລັບລົດໄຟຟ້າ ໄດ້ຮັບການປະກາດໃຊ້ຢ່າງເປັນທາງການ ພາຍໃນທ້າຍປີ 2026 ຫລື ຕົ້ນປິ 2027 ນີ້ ຜົນສຳເລັດຂອງວຽກງານດັ່ງກ່າວ ຈະເປັນການວາງຮາກຖານອັນໜັກແໜ້ນໃຫ້ແກ່ການຫັນປ່ຽນໄປສູ່ການນຳໃຊ້ພະລັງງານສະອາດ, ປົກປ້ອງຜູ້ຊົມໃຊ້ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດສີຂຽວ ຢູ່ ສປປ ລາວ ຢ່າງຍືນຍົງ.






