ກົມມາດຕະຖານ ແລະ ວັດແທກ

ການເຂົ້າຮ່ວມ ຂອງ ສປປ ລາວ ໃນກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 15 ((ACCSQ – The 15th Building and Construction Working Group (BCWG)) ໄດ້ຈັດຂຶ້ນໃນວັນທີ 15–16 ຕຸລາ 2026 ທີ່ສຳນັກງານໃຫຍ່ອາຊຽນ ປະເທດອິນໂດເນເຊຍ.

ການເຂົ້າຮ່ວມ ຂອງ ສປປ ລາວ ໃນກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 15 ((ACCSQ – The 15th Building and Construction Working Group (BCWG)) ໄດ້ຈັດຂຶ້ນໃນວັນທີ 15–16 ຕຸລາ 2026 ທີ່ສຳນັກງານໃຫຍ່ອາຊຽນ ປະເທດອິນໂດເນເຊຍ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນທຸກປະເທດ ພ້ອມດ້ວຍກອງເລຂາອາຊຽນ ເຂົ້າຮ່ວມໃນນັ້ນມີຜູ້ແທນ ສປປ ລາວ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມເຄຫາ-ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ທັງໝົດ 2 ທ່ານ.

ຈຸດສຳຄັນ ແລະ ຄວາມຄືບໜ້າຂອງ ສປປ ລາວ:

• ການກະກຽມການໃຫ້ສັດຕະຍາບັນ: ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການກະກຽມເອກະສານແຈ້ງການ/ການໃຫ້ສັດຕະຍາບັນ (Ratification) ຕໍ່ສັນຍາຮັບຮູ້ເຊິ່ງກັນ ແລະ ກັນ ດ້ານວັດສະດຸໍ່ ແລະ ການກໍ່ສ້າງ ອາຊຽນ (MRA BCM) ໂດຍໃນສ່ວນຂອງ ສປປ ລາວແມ່ນ ກະຊວງການຕ່າງປະເທດ ໄດ້ສົ່ງບົດສະເໜີໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພິຈາລະນາອອກແຈ້ງການ ເພື່ອສົ່ງໃຫ້ກະຊວງການຕ່າງປະເທດອະນຸມັດ ແລະ ມີເປົ້າໝາຍຈະຍື່ນແຈ້ງ ເອກະສານ Instrument of Ratification (IoR) ໃຫ້ກອງເລຂາອາຊຽນໃນໄຕມາດ 1 ປີ 2027. 

• ການເຊື່ອມໂຍງມາດຕະຖານ: ປັດຈຸບັນ ຄະນະກຳມະການມາດຕະຖານອາຊຽນ (WG1) ເຫັນດີເຊື່ອມໂຍງມາດຕະຖານສາກົນ (ISO) ກ່ຽວກັບ ຕົວເມືອງອັດສະລິຍະ ຈຳນວນ 2 ມາດຕະຖານ ແລະ ມາດຕະຖານກ່ຽວກັບເຊລາມິກ ຈຳນວນ 7 ມາດຕະຖານ.

ສືບຕໍ່່ ສຶກສາຄົ້ນຄວ້າ ບັນດາມາດຕະຖານໃນຂົງເຂດຕ່າງໆ ເຊັ່ນ: ຜະລິດຕະພັນສຳລັບອາຄານສີຂຽວ (Green Building), ຄອນກຼີດ, ທໍ່ພລາສຕິກ ແລະ ວັດສະດຸປ້ອງກັນຄວາມຮ້ອນ (Insulation) ເພື່ອຍົກລະດັບມາດຕະຖານຮ່ວມກັນໃນອາຊຽນ.

ຕອນທ້າຍກອງປະຊຸມ ປະທານກອງຊຸມໄດ້ສະຫຼຸບຜົນສຳເລັດກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມສືບຕໍ່ປະກອບຂໍ້ມູນທີ່ໄດ້ປຶກສາຫາລືກັນໃນຄັ້ງນີ້ ແລະ ແຈ້ງກໍານົດເວລາກອງປະຊຸມໃນຄັ້ງຕໍ່ໄປ (ຄັ້ງທີ 16) ມີກຳນົດຈະຈັດຂຶ້ນໃນວັນທີ 20–21 ເມສາ 2027 ໂດຍ ເປັນເຈົ້າພາບຂອງ ບຣູໄນ ດາຣູຊາລຳ.

Leave a Comment

Your email address will not be published. Required fields are marked *

Scroll to Top