ໃນວັນທີ 14 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ຄັ້ງທີ່III ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ.
ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ສະບັບນີ້ແມ່ນເພື່ອກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງວຽກງານກວດສອບ ແລະ ຢັ້ງຢືນຄຸນລັກສະນະສານລະລາຍປະເພດໄຮໂດຣຄາບອ໋ນ ແລະ ສານເຄມີປີໂຕຣລຽມ ທີ່ຜະລິດ, ປຸງ ແຕ່ງ, ນຳ ເຂົ້າ , ຈໍາໜ່າຍຢູ່ ສປປ ລາວ ແລະ ສົ່ງອອກ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບ, ຫຼັກການ ແລະ ມາດຕະຖານ ແຫ່ງຊາດ, ພາກພື້ນ ແລະ ສາກົນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ, ຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ ປະກອບສ່ວນ ເຂົ້າ ໃນ ການ ພັດທະນາ ເສດຖະກິດ -ສັງຄົມ ຂອງ ຊາດ.




