ກົມມາດຕະຖານ ແລະ ວັດແທກ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືດ້ານວຽກງານມາດຕະຖານ

ໃນວັນທີ່ 17 /8/ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ຈັດພິທີລົງນາມ
“ບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການຮ່ວມມືດ້ານວຽກງານມາດຕະຖານ”
ນຳພາໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ (ຜູ້ຕາງຫນ້າກົມ) ແລະ ທ່ານ ນາງ ໄຊຊູຜີງ, ຫົວໜ້າສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ກວາງຊີ ທັງສອງຝ່າຍໄດ້ຮ່ວມກັນທົບທວນຜົນການຮ່ວມມືທີ່ຜ່ານມາ ລວມມີ : 1) ການສ້າງ ແລະ ແລກປ່ຽນຄວາມຮູ້ດ້ານມາດຕະຖານ ແລະ ເຕັກໂນໂລຊີ ໃນຂົງເຂດກະສິກຳ ແລະ ວັດສະດຸກໍ່ສ້າງ ແລະ ອື່ນໆ ພ້ອມສະຫລຸບຜົນງານຜ່ານມາ ; 2) ການພັດທະນາບຸກຄະລາກອນ ໃນຂົງເຂດມາດຕະຖານ ນອກຈາກນີ້ ທັງສອງຝ່າຍກໍໄດ້ວາງທິດທາງຮ່ວມມືໃນຕໍ່ໜ້າ ເພື່ອແນ່ໃສ່ການຜັນຂະຫຍາຍ MOU ເພີ່ມເຕີມ ໃນວຽກງານ : 1) ສຶບຕໍ່ແລກປ່ຽນຄວາມຮູ້ດ້ານມາດຕະຖານຂົງເຂດກະສິກຳ ແລະ ວັດສະດຸກໍ່ສ້າງ ; 2) ສຶກສາການສ້າງມາດຕະຖານລະບົບກົດລະຫັດ GS1 ຮ່ວມກັນ ແລະ ເປີດການຝຶກອົບຮົມ ;3) ແລກປ່ຽນບົດຮຽນໃນວຽກງານ WTO/TBT ; 4) ສຶກສາການສ້າງ ມາດຕະຖານ AI ແລະ 5) ສຶກສາຂໍ້ມູນການສ້າງມາດຕະຖານ EV ( ຫົວສາກ,ຕູ້ສາກ ແລະ ແບັດຕາລີ ແລະ ອື່ນໆ )ເພື່ອເປັນການຜັນຂະຫຍາຍວຽກງານ, ຄະນະດັ່ງກ່າວກໍມີແຜນໄປທັດສະນະໃນວຽກງານມາດຕະຖານ ແລະ ກວດສອບ ຢູ່ ເມືອງ ຫລິວໂຈ່ວ ເພື່ອສຶກສາເບີ່ງການສ້າງມາດຕະຖານ ແລະ ກວດສອບ ໃນໂຮງງານປະກອບ ແລະ ຜະລິດລົດ EV ເພື່ອເກັບກຳຂໍ້ມູນ ກອງປະຊຸມໄດ້ສໍາເລັດລົງຕາມຄາດໝາຍທີ່ວາງໄວ້.

Leave a Comment

Your email address will not be published. Required fields are marked *

Scroll to Top