ກົມມາດຕະຖານ ແລະ ວັດແທກ

ພະແນກມາດຕະຖານແຫ່ງຊາດ ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 17-18 ກັນຍາ 2026 ນໍາທີມໂດຍ ທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານແຫ່ງຊາດ, ຫົວໜ້າໜ່ວຍງານຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ແລະ ພ້ອມດ້ວຍພະນັກງານວິຊາການໄດ້ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ

​ຈຸດປະສົງຕົ້ນຕໍຄື: ເພື່ອລົງໄປເກັບກຳຂໍ້ມູນ, ສຶກສາຂັ້ນຕອນການຜະລິດ, ການຄວບຄຸມຄຸນນະພາບ ແລະ ເຕັກໂນໂລຊີ ເພື່ອເປັນບ່ອນອີງໃນການດັດແກ້ມາດຕະຖານຜະລິດຕະພັນມາດຕະຖານນ້ຳດື່ມໃນພາຊະນະບັນຈຸປິດ ແລະ ມາດຕະຖານນ້ຳຕານຊາຍ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນຄວາມປອດໄພໃຫ້ຜູ້ບໍລິໂພກ.

ການປຶກສາຫາລື ແລະ ຊຸກຍູ້: ໄດ້ປຶກສາຫາລື ຂໍຄຳຄິດເຫັນຈາກຜູ້ບໍລິຫານໂຮງງານແລະ ທີມງານເຕັກນິກທັງສອງໂຮງງານ, ພ້ອມທັງຊຸກຍູ້ໃຫ້ໂຮງງານນຳໃຊ້ມາດຕະຖານແຫ່ງຊາດ ເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບຄຸນນະພາບຜະລິດຕະພັນແບບຢ່າງຍືນຍົງ.

Leave a Comment

Your email address will not be published. Required fields are marked *

Scroll to Top