
ໃນລະຫວ່າງວັນທີ 28 ກັນຍາ – 01 ຕຸລາ 2026, ພະນັກງານຂອງສູນວັດແທກແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມຝຶກອົບຮົມກ່ຽວກັບ”ວຽກງານກວດທຽບຊິງຊັ່ງອັດຕະໂນມັດແບບສາຍພານ “ (Training Course on Verification of Automatic Catchweighing Instruments) ເຊິ່ງໄດ້ຈັດຂຶ້ນທີ່ປະເທດມາເລເຊຍ, ພາຍໃຕ້ໂຄງການຮ່ວມມືລະຫວ່າງ ASEAN-PTB 2026. ຈຸດປະສົງ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານວັດແທກຂອງບັນດາປະເທດສະມາຊິກອາຊຽນ ໃນວຽກງານການກວດທຽບຊິງຊັ່ງອັດຕາໂນມັດແບບສາຍພານ ທີ່ຮັບໃຊ້ໃນຂະບວນການຜະລິດສິນຄ້າ ໃນຂະແຫນງການປຸງແຕ່ງອຸດສາຫະກໍາປະເພດອາຫານ ແລະ ເຄື່ອງດື່ມ, ຮັບໃຊ້ໃນລະບົບຂົນສົ່ງຂອງບໍລິສັດຂົນສົ່ງພັດສະດຸ ແລະ ອື່ນໆ ໂດຍອີງໄສ່ເງື່ອນໄຂ, ຄູ່ມືແນະນໍາຂອງອາຊຽນ ແລະ ເອກະສານ OIML R 51 , ເພື່ອຝຶກປະຕິບັດຂັ້ນຕອນ ແລະ ວິທີການທົດສອບ, ກໍານົດ ແລະ ປະເມີນຄ່າຄາດເຄື່ອນຂອງການຊັ່ງ ທຽບກັບຄ່າຄາດເຄື່ອນສູງສຸດທີ່ອະນຸຍາດ (Maximum Permissible Error – MPE) ແລະ ຕັດສິນຜົນການກວດສອບວ່າເຄື່ອງຊັ່ງຕອບສະໜອງຂໍ້ກໍານົດຫຼືບໍ່.
– ເພື່ອສ້າງພື້ນຖານຄວາມຮູ້ ແລະ ທັກສະໃຫ້ແກ່ພະນັກງານສູນວັດແທກແຫ່ງຊາດ ສໍາລັບການວາງແຜນສ້າງລະບົບກວດສອບເຄື່ອງຊັ່ງປະເພດນີ້ໃນ ສປປ ລາວ ເຊິ່ງຍັງບໍ່ທັນເລີ່ມຈັດຕັ້ງປະຕິບັດ; ພ້ອມທັງແລກປ່ຽນປະສົບການ ແລະ ຂະຫຍາຍເຄືອຂ່າຍຮ່ວມມືກັບບັນດາປະເທດອາຊຽນ.

