ກົມມາດຕະຖານ ແລະ ວັດແທກ

ວຽກງານຄຸນນະພາບ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ, ວຽກງານຄຸນນະພາບ

ກົມມາດຕະຖານ ແລະ ວັດແທກ ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ທີ່ແຂວງສະຫວັນນະເຂດ.

ໃນລະຫວ່າງວັນທີ 5-9 ຕຸລາ 2026 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ໄດ້ສົມທົບກັບຄະນະກໍາມະການເຕັກນິກແຫ່ງຊາດ ແລະ ພະແນກອຸດສາຫະກໍາແຂວງ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ໃຫ້ໄດ້ຮັບການຢັ້ງມາດຕະຖານແຫ່ງຊາດໃຫ້ແກ່ ບໍລິສັດ ນໍ້າຕານອ້ອຍທີທີຊີ ອັດຕະປືຈຳກັດ, ບໍລິສັດ ລົງທຶນ ແລະ ພັດທະນາກະສິກຳພາກໃຕ້ລາວ ຈຳກັດ, ບໍລິສັດ ເບຍສະຫວັນ ຈຳກັດ ແລະ ບໍລິສັດ ເດັນໂຊ ອິນເຕີເນເຊິນແນວ ຈຳກັດ (ເຂດເສດຖະກິດພິເສດແຂວງສະຫວັນນະເຂດ) ທີ່ແຂວງອັດຕະປື ແລະ ສະຫວັນນະເຂດ.

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ, ວຽກງານຄຸນນະພາບ

ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ແລະ ເມືອງທ່າພະບາດ, ແຂວງບໍລິຄຳໄຊ

ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 05/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ຢູ່ເຂດ ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ຈຳນວນ 2 ປຳ້ ແລະ ເມືອງ ທ່າພະບາດ ຈຳນວນ 6 ປຳ້ ດັ່ງນີ້: ຜ່ານການກວດກາຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນຢູ່ໃນເກນຄ່າມາດຕະຖານແຫ່ງຊາດ ທີ່ກຳນົດໄວ້.           ຜ່ານການກວດກາ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ

Scroll to Top