ກົມມາດຕະຖານ ແລະ ວັດແທກ

ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ແລະ ເມືອງທ່າພະບາດ, ແຂວງບໍລິຄຳໄຊ

ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ.

ວັນທີ 05/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ຢູ່ເຂດ ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ຈຳນວນ 2 ປຳ້ ແລະ ເມືອງ ທ່າພະບາດ ຈຳນວນ 6 ປຳ້ ດັ່ງນີ້:

  1. ປຳ້ ເປໂຕຣລາວ (PETRO LAO) ບ້ານ ນາຊອນ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣລາວ (PETRO LAO);
  2. ປຳ້ ຈະເລີນຊັບ ບ້ານ ສົມສະຫວາດ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣຫວຽດນາມອອຍ ລາວ ຈຳກັດ (PV Oil Lao);
  3. ປຳ້ ນາໄຊ ບ້ານ ນາໄຊ ເຊິ່ງແມ່ນສາຂາຂອງ ບໍລິສັດ ເປໂຕຣລີແມັກລາວ  (PETROLIMEX);
  4. ປຳ້ ສຸດໃຈ ບ້ານ ທ່າພະບາດ ເຊິ່ງແມ່ນສາຂາຂອງ ບໍລິສັດ  ທີທີພາວເວີ 45 (TTPOWER);
  5. ປຳ້ ໄຊຊະນະ ພິມມະສອນ ບ້ານ ປ່າໄລ່ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);
  6. ປຳ້ ນ. ຈົບ ອົກຄະວົງ ບ້ານ ທ່າບົກ ເຊິ່ງແມ່ນສາຂາຂອງ ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ຈຳກັດ (Star Oil);
  7. ປໍ້າ ເມລີສະຫວັນ ບໍລິການ  ບ້ານ ນຳ້ໂລ ເຊິ່ງແມ່ນສາຂາຂອງ ບໍລິສັດ ທີທີພາວເວີ (TTPOWER);
  8. ປຳ້ ສຸດໃຈ ບ້ານ ຍ່ອຍໄຫ ເຊິ່ງແມ່ນສາຂາຂອງ ບໍລິສັດ  ທີທີພາວເວີ 45 (TTPOWER).

ຜ່ານການກວດກາຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນຢູ່ໃນເກນຄ່າມາດຕະຖານແຫ່ງຊາດ ທີ່ກຳນົດໄວ້.

          ຜ່ານການກວດກາ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ບາງປຳ້ຍັງມີຫົວຈ່າຍຈຳນວນໜຶ່ງແມ່ນບໍ່ນອນຢູ່ໃນຄ່າອະນຸຍາດ ± 25 ml, ແຕ່ກວດກາສະພາບຕູ້ຈ່າຍມີການໜີບກົ່ວລ໋ອກຊິນຂອງພະແນກອຸສາຫະກຳການຄ້າ ແຂວງ, ນະຄອນຫຼວງ ຍັງຢູ່ໃນສະພາບປົກກະຕິ ເມືອມີການໃຊ້ງານປະຈຳອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ. ດັ່ງນັ້ນທາງທີມງານຈິ່ງເຮັດບົດບັນທຶກກ່າວເຕືອນ ແລະ ແຈ້ງໃຫ້ທາງພາກສ່ວນຮັບຜິດຊອບມາປັບຄ່າໃຫ້ຢູ່ໃນຄ່າອະນຸດທີ່ກຳນົດໄວ, ຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສ ກ່ຽວກັບຄຸນນະພາບ ແລະ ບໍລິມາຫົວຈ່າຍນໍ້າມັນເຊື້ອໄຟ ຜູ້ຊົມໃຊ້ສາມາດໂທແຈ້ງສາຍດ່ວນ 1513 (ບໍລິການຟີຣ) ເພື່ອຮ່ວມກັນເປັນຫູເປັນຕາໃຫ້ແກ່ພາກລັດ.

Leave a Comment

Your email address will not be published. Required fields are marked *

Scroll to Top