
ກົມມາດຕະຖານ ແລະ ວັດແທກ ລົງກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ແລະ ຫົວອາຫານສັດ.
ໃນວັນທີ 13 ຕຸລາ 2026 ສູນວັດແທກແຫ່ງຊາດ ຮ່ວມກັບ ພະແນກຄຸ້ມຄອງ ແລະ ແກ້ໄຂຄຳສະເໜີວຽກງານມາດຕະຖານ ແລະ ວັດແທກ, ກົມມາດຕະຖານ ແລະ ວັດແທກ ໄດ້ດຳເນີນການກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ລວມມີ 3 ຂະໜາດຄື 200g, 500g ແລະ 1kg ຈາກ ບໍລິສັດ ກາເຟສີໜຸກ ຈຳກັດ ແລະ ຫົວອາຫານໝູ, ເປັດ, ໄກ່, ນົກກະທາ ຂະໜາດ 30Kg ຈາກບໍລິສັດ ກຣິນຟິດລາວຈຳກັດ.
ຜ່ານການກວດສອບເຫັນວ່ານ້ຳຫນັກທີ່ບັນຈຸໃນຖົງກາເຟ ແລະ ເປົາຫົວອາຫານ ເຫັນວ່າຖືກຕ້ອງ ແລະ ຂໍ້ມູນຄົບຖ້ວນຕາມມາດຕະຖານລະບຽບການທີ່ກຳນົດໄວ້.




