ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ໄດ້ແຕ່ຕັ້ງໜ່ວຍສະເພາະກິດລົງເຄື່ອນໄຫວວຽກງານກວດສອບລົດບັນທຸກນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ. 

ກົມມາດຕະຖານ ແລະ ວັດແທກ ໄດ້ແຕ່ຕັ້ງໜ່ວຍສະເພາະກິດລົງເຄື່ອນໄຫວວຽກງານກວດສອບລົດບັນທຸກນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ. 

ໃນລະຫວ່າງວັນທີ 20 ກັນຍາ 2026 ຫາ 04 ຕຸລາ 2026 ກົມມາດຕະຖານ ແລະ ວັດແທກ ສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍບັນດາຜູ້ປະກອບການລົດບັນທຸກນ້ຳມັນເຊື້ອໄຟເຂົ້າຮ່ວມ ໄດ້ລົງກວດສອບລົດບັນທຸກນ້ຳມັນເຊື້ອໄຟ 4 ແຂວງພາກໃຕ້ ເຊິ່ງມີ: ແຂວງສາລະວັນ, ແຂວງເຊກອງ, ອັດຕະປື ແລະ ແຂວງຈຳປາສັກ. 

 ໃນການລົງກວດສອບແມ່ນສາມາດຕໍ່ໃບຢັ້ງຢືນລົດບັນທຸກນ້ຳມັນເຊື້ອໄຟທັງໝົດ 62 ຄັນ, 8 ບໍລິສັດ ດັ່ງນີ້: 

  • ບໍລິສັດ ນາມລາວ ການຄ້າ ແລະ ບໍລິການ 
  • ບໍລິສັດ ພັດທະພົງ ແລະ ບໍລິການ 
  • ບໍລິສັດ ຈິດປະສົງ 
  • ບໍລິສັດ ສີອຳພອນ 
  • ບໍລິສັດ ພີວີແອວ ຈຳກັດ 
  • ລັດວິສາຫະກິດນ້ຳມັນເຊື້ອໄຟລາວ 
  • ບໍລິສັດ ພະລັງລາວ 
  • ບໍລິສັດ ເປໂຕຣລາວ

ຜ່ານການກວດສອບແມ່ນເຫັນໄດ້ວ່າລົດບັນທຸກນ້ຳມັນເຊື້ອໄຟແມ່ນຢູ່ໃນເກນມາດຕະຖານຕາມລະບຽບການໄດ້ວາງອອກ.

Leave a Comment

Your email address will not be published. Required fields are marked *

Scroll to Top