ກົມມາດຕະຖານ ແລະ ວັດແທກ

ຄະນະຜູ້ແທນຈາກ ກົມມາດຕະຖານ ແລະ ວັດແທກ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງອົງການວັດແທກທາງດ້ານກົດໝາຍອາຊີ-ປາຊີຟິກ (APLMF) ທີ່ປະເທດໄທ.

ໃນລະຫວ່າງວັນທີ 3-7 ພະຈິກ 2026 ນີ້, ຄະນະຜູ້ແທນຈາກ ກົມມາດຕະຖານ ແລະ ວັດແທກ ນຳໂດຍ ທ່ານ ປອ. ອານຸສອນ ທິບດວງໃຈ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງອົງການວັດແທກທາງດ້ານກົດໝາຍອາຊີ-ປາຊີຟິກ (APLMF) ທີ່ປະເທດໄທ. ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມ ແມ່ນເພື່ອຮັບຊາບຄວາມຄືບໜ້າຂອງກິດຈະກຳຕ່າງໆຂອງແຕ່ລະໜ່ວຍງານພາຍໃຕ້ອົງການ APLMF ເພື່ອແລກປ່ຽນຄວາມຮູ້, ບົດຮຽນ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນກອງປະຊຸມຍັງຈະໄດ້ພິຈາລະນາຫົວຂໍ້ສຳຄັນຕ່າງໆ ເປັນຕົ້ນ ບົດລາຍງານສະພາບການປັບປຸງຈາກອົງການຈັດຕັ້ງ ແລະ ແຜນຍຸດທະສາດແຕ່ປີ 2026-2030. ນອກຈາກນັ້ນ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງເປັນໂອກາດໃນການພົບປະ ແລະ ປຶກສາຫາລືຮ່ວມກັບ ກົມການຄ້າພາຍໃນ, ປະເທດໄທ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານວັດແທກທາງກົດໝາຍ ລະຫວ່າງ ລາວ-ໄທ ເພື່ອຮັດແໜ້ນການຮ່ວມມືຂອງສອງຝ່າຍໃນຕໍ່ໜ້າຕື່ມອີກ.

Leave a Comment

Your email address will not be published. Required fields are marked *

Scroll to Top