ກົມມາດຕະຖານ ແລະ ວັດແທກ

ກອງປະຊຸມຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ກ່ຽວກັບ ຮ່າງບົດແນະນຳມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້ ໃນວັນທີ 5 ສິງຫາ 2026

ໃນວັນທີ 05 ສິງຫາ 2025, ກົມມາດຕະຖານ ແລະ ວັດແທກ ໃນນາມກອງເລຂາ ສະພາມາດຕະຖານແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນເຄມີ ໂດຍການເປັນປະທານ ຂອງ ທ່ານ ສາຍທອງ ແພງບຸພາ, ຫົວໜ້າພະແນກລະລະບຽບການ ແລະ ຂຶ້ນທະບຽນປັດໄຈການຜະລິດ, ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຫົວໜ້າຄະນະ ພ້ອມດ້ວຍ ຄະນະຜູ້ຊ່ຽວຊານຕາງໜ້າຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອປຶກສາຫາລືຜ່ານຮ່າງບົດແນະນຳມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້.

ກອງປະຊຸມໄດ້ມີການປະກອບຄຳເຫັນທາງດ້ານວິຊາການ ຢ່າງກົງໄປກົງມາ ເພື່ອໃຫ້ຮ່າງບົດແນະນຳ ມີເນື້ອໃນຄົບຖ້ວນສົມບູນ. ຈາກນັ້ນ, ກອງປະຊຸມໄດ້ເຫັນດີເປັນເອກະພາບທາງດ້ານຫຼັກການ ແລະ ໄດ້ສະເໜີໃຫ້ກອງເລຂາປັບປຸງເນື້ອໃນບາງສ່ວນ ທີ່ມີຄວາມສຳຄັນຕໍ່ກັບບົດແນະນຳດັ່ງກ່າວ ແລະ ຕອນທ້າຍໄດ້ຮັບຮອງເອົາ ຮ່າງບົດແນະນຳ ມາດຕະຖານຄວາມປອດໄພໃນການນຳໃຊ້ທາດເຄມີເຮັດຄວາມເຢັນ ທີ່ຕິດໄຟໄດ້ ຕາມຂັ້ນຕອນການສ້າງມາດຕະຖານ.

Leave a Comment

Your email address will not be published. Required fields are marked *

Scroll to Top