
ໃນວັນທີ 03-04 ພະຈິກ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສະຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມວິຊາການ ເພື່ອກະກຽມກອງປະຊຸມ ກວດກາຄວາມສອດຄ່ອງ ໃສ່ຮ່າງກົດໝາຍ ວ່າດ້ວຍການວັດແທກ, ຢູ່ທີ່ຫ້ອງປະຊຸມຂອງ ກະຊວງ ຍຸຕິທຳ, ໂດຍການເປັນປະທານຮ່ວມຂອງ ທ່ານ ນະລົງລິດ ນໍລະສິງ, ຫົວໜ້າກົມກົດໝາຍ ກະຊວງ ຍຸຕິທຳ ແລະ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມ ມາດຕະຖານ ແລະ ວັດແທກ.
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການກວດກາວຽກງານວັດແທກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງເປັນ ເອກະພາບດ ຖືກຕ້ອງ, ຊັດເຈນ ແລະ ທັນສະໄໝ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ກິດຈະການ ການຜະລິດ, ການບໍລິການ, ການແລກປ່ຽນ, ການຊື້ຂາຍ, ຮັບປະກັນໃຫ້ ມີຄວາມປອດໄພ ແລະ ສັງຄົມມີຄວາມຍຸດຕິທຳ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດ.






