ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມກອງປະຊຸມແລກປ່ຽນມາດຕະຖານ ແລະ ເຕັກໂນໂລຊີພະລັງງານ ໃນພາກພື້ນປະເທດແມ່ນໍ້າຂອງ-ລ້ານຊ້າງ( the 2026 LMC Regional Power Technology and Standards Exchange Conference )ທີ່ຄຸນຫມິງ ປະເທດຈີນ.

ໃນລະຫວ່າງວັນທີ 12-16 ຕຸລາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນມາດຕະຖານ ແລະ ເຕັກໂນໂລຊີພະລັງງານ ໃນພາກພື້ນປະເທດແມ່ນໍ້າຂອງ-ລ້ານຊ້າງ ( the 2026 LMC Regional Power Technology and Standards Exchange Conference )ເຊິ່ງຈັດຂື້ນທີຄຸນຫມິງ ປະເທດຈີນ, ເຊິ່ງເປັນເຈົ້າພາບໂດຍບໍລິສັດ China Southern Power Grid Co., Ltd(CSG) ໃຫ້ບັນດາປະເທດໃນພາກພື້ນລ້ານຊ້າງ-ແມ່ນນໍ້າຂອງ
ກອງປະຊຸມດັ່ງກ່າວໄດ້ສຸມໃສ່ຫົວຂໍ້ສໍາຄັນທັງຫມົດຄື: ຕາຄາຍດີຈີຕ໋ອນ,ການຮັກສາພະລັງງານແສງອາທິດ ແລະ ພະລັງງານ, ການສາກໄຟລົດ EV ແລະ ເຂດສາທິດການປ່ອຍກາກບອນສູງ, ມີຈຸດປະສົ່ງສົ່ງເສີມການແລກປ່ຽນຢ່າງເລິກເຊິງກັບການພັດທະນາທີ່ທັນສະໄຫມໃນການຫັນເປັນດີຈີຕອນຂອງຂະແຫນງການພະລັງງານ ແລະ ເຕັກໂນໂລຊີສີຂຽວ ແລະ ຄາບອນຕໍ່າ, ປຶກສາຫາລື ມາດຕະຖານດ້ານວິຊາການທີ່ສໍາຄັນ ແລະ ວິທີແກ້ໄຂສໍາລັບພາກພື້ນລ້ານຊ້າງ-ແມ່ນໍ້າຂອງ.

Leave a Comment

Your email address will not be published. Required fields are marked *

Scroll to Top