ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານ ແລະ ວັດແທກ ໃນນາມຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຂອງໜ່ວຍງານວຽກງານມາດຕະຖານການຄ້າດິຈິຕອນ ແລະ ການສອດຄ່ອງ ຄັ້ງທີ 17 (17th DTSCWG)

ກົມມາດຕະຖານ ແລະ ວັດແທກ ໃນນາມຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຂອງໜ່ວຍງານວຽກງານມາດຕະຖານການຄ້າດິຈິຕອນ ແລະ ການສອດຄ່ອງ ຄັ້ງທີ 17 (17th DTSCWG) ລະຫວ່າງວັນທີ 20-21 ຕຸລາ 2026 ທີ່ສຳນັກງານເລຂາທິການອາຊຽນ ຈາກາຕ້າ, ປະເທດອິນໂດເນເຊຍ. ກອງປະຊຸມດັ່ງກ່າວມີເປົ້າໝາຍເພື່ອຕິດຕາມ ແລະ ຜັນຂະຫຍາຍແຜນວຽກ DTSCWG 2026-2030. ເນື້ອໃນສຳຄັນແມ່ນກວມເອົາການສ້າງມາດຕະຖານທຸລະກຳດິຈິຕອນ, ການຂົນສົ່ງດິຈິຕອນ ແລະ ຄວາມເຊື່ອໝັ້ນດິຈິຕອນ (ລວມທັງຄວາມປອດໄພທາງໄຊເບີ, AI, ເອກະສານອີເລັກໂທຣນິກ) ພ້ອມທັງການຮ່ວມມືກັບບັນດາປະເທດຄູ່ເຈລະຈາ. ການເຂົ້າຮ່ວມດັ່ງກ່າວ ຈະຊ່ວຍໃຫ້ ສປປ ລາວ ສາມາດເຊື່ອມໂຍງລະບຽບມາດຕະຖານດ້ານການຄ້າດິຈິຕອນໃຫ້ທັນກັບພາກພື້ນ ແລະ ສາກົນ.

Leave a Comment

Your email address will not be published. Required fields are marked *

Scroll to Top