
ວັນທີ 10 ພະຈິກ 2026, ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງຄະນະກຳມະການເຕັກນິກມາດຕະຖານການຂົນສົ່ງທາງລົດໄຟແຂວງເສສວນ ແລະ ການຮ່ວມມືເຊື່ອມໂຍງທາງລົດໄຟ ຈີນ–ອາຊຽນ ທີ່ນະຄອນເສີນຕູ, ສປ ຈີນ.
• ເສີມສ້າງທາງລົດໄຟລາວ-ຈີນ: ຈາກໂຄງລ່າງພື້ນຖານສູ່ການເຊື່ອມໂຍງ “ມາດຕະຖານເຕັກນິກ, ລະບົບການວັດແທກ ແລະ ການທົດສອບ” ທີ່ສອດຄ່ອງກັນ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມຍືນຍົງ.
• ຍົກລະດັບມາດຕະຖານແຫ່ງຊາດ: ສປປ ລາວ ມີຄວາມຕັ້ງໃຈທົບທວນ ແລະ ນຳເອົາມາດຕະຖານທາງລົດໄຟທີ່ສຳຄັນ ໄປປັບໃຊ້ເປັນມາດຕະຖານແຫ່ງຊາດ.
• ພັດທະນາລະບົບວັດແທກ (National Metrology System):ປາຖະໜາຂະຫຍາຍການຮ່ວມມືກັບ ສປ ຈີນ ໃນການສ້າງຫ້ອງປະຕິບັດການວັດແທກ-ສອບທຽບ ແລະ ພັດທະນາຊັບພະຍາກອນມະນຸດ.
ການຮ່ວມມືຄັ້ງນີ້ ຖືເປັນບາດກ້າວຍຸດທະສາດສຳຄັນ ໃນການສ້າງຮາກຖານດ້ານຄຸນນະພາບ ແລະ ຄວາມເຊື່ອໝັ້ນ ເພື່ອຮອງຮັບການພັດທະນາເສດຖະກິດ ແລະ ເສີມຂະຫຍາຍມິດຕະພາບ ລາວ-ຈີນ-ອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
