ກົມມາດຕະຖານ ແລະ ວັດແທກ

ກວດສອບ ແລະ ຢັ້ງຢືນ ເຄື່ອງກຳເນີດລັງສີ ໃນພາກພື້ນພາກກາງ-ໃຕ້

ໃນລະຫ່ວາງວັນທີ 9-17 ມີນາ 2026, ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄດ້ດຳເນີນການລົງເຜີຍແຜ່, ເກັບກຳຂໍ້ມູນ ພ້ອມທັງ ກວດສອບ ແລະ ຢັ້ງຢືນ ເຄື່ອງກຳເນີດລັງສີ ທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະວັດຖຸມີຄ່າ ຢູ່ 4 ແຂວງ ຄື: ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃນການລົງໃນຄັ້ງນີ້ ໂດຍອິງຕາມ ຂໍ້ລົງວ່າດ້ວຍການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນເຄືອງກຳເນີດລັງສີ ໂດຍສະເພາະ ເຄື່ອງກຳເນີດລັງສີທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະຄຳ  ເພື່ອໃຫ້ການດຳເນີນການຢ່າງຖືກຕ້ອງ ປອດໄພ ແລະ ໂປ່ງໃສ ພ້ອມທັງ ສອດຄ່ອງກັບລະບຽບການ  ແລະ ມາດຕະຖານກຳນົດ ໃນການລົງຄັ້ງນີ້ໄດ້ເນັ້ນໃສ່ ການປະເມີນສະພາບການນຳໃຊ້ເຄື່ອງມືໃຫ້ມີຄວາມຖືກຕ້ອງຊັດເຈນ, ປະເມີນປະສິດທິພາບຂອງເຄື່ອງ, ການບຳລຸງຮັກສາ ຕາມວົງຈອນທີ່ກຳນົດ ພ້ອມທັງ ການນຳໃຊ້ໃຫ້ຖືກວິທີ. ພ້ອມຍັງໄດ້ກວດສອບການປະຕິບັດມາດຕະການປ້ອງກັນລັງສີ ເພື່ອຫຼຸດຜ່ອນ ແລະ ປ້ອງກັນ ຄວາມສ່ຽງ ທີ່ອາດເກີດຂຶ້ນ ຕໍ່ພະນັກງານ, ຜູ້ປ່ວຍ ແລະ ປະຊາຊົນ ຜູ້ມາໃຊ້ບໍລິການ ນອກຈາກນັ້ນ ຍັງໄດ້ດຳເນີນການເຜີຍແຜ່ ແລະ ໃຫ້ຄວາມຮູ້ ແກ່ຜູ້ປະກອບການ ກ່ຽວກັບ ການນຳໃຊ້ລັງສີຢ່າງປອດໄພ ແລະ ການກວດກາຕິດຕາມ ຢ່າງສະເໝີ ເພື່ອໃຫ້ການນຳໃຊ້ເທັກໂນໂລຊີລັງສີ ມີມາດຕະຖານ ແລະ ຍືນຍົງໃນລະຍະຍາວ ການລົງຊຸກຍູ້ເຜີຍແຜ່ ແລະ ຕິດຕາມກວດກາໃນຄັ້ງນີ້ ນັບວ່າເປັນບາດກ້າວສຳຄັນ ໃນການຍົກລະດັບ ການກວດສອບເຕັກນີກເຄື່ອງ ແລະ ລະບົບການຄຸ້ມຄອງລັງສີ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສອດຄ່ອງກັບສາກົນ ພ້ອມທັງ ເປັນການສ້າງຄວາມໝັ້ນໃຈ ໃຫ້ແກ່ສັງຄົມ ໃນການນຳໃຊ້ເທັກໂນໂລຊີລັງສີ ທັງໃນພາກການແພດ ແລະ ເຄື່ອງກຳເນີດລັງສີວິເຄາະວັດຖຸມີຄ່າ ໃຫ້ເກີດປະໂຫຍດ ສູງສຸດ ຄວບຄູ່ກັບ ຄວາມຖືກຕ້ອງ, ປອດໄພ ແລະ ຄວາມຍືນຍົງ.

Leave a Comment

Your email address will not be published. Required fields are marked *

Scroll to Top