ໃນຕອນເຊົ້າວັນທີ 24 ມີນາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອປຶກສາຫາລື ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ.
ກອງປະຊຸມໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ພະແນກມາດຕະຖານແຫ່ງຊາດ ໄດ້ຮ່ວມປະຊຸມ.
ຈຸດປະສົງກອງປະຊຸມ ແມ່ນ ເພື່ອປຶກສາຫາລື ກ່ຽວກັບ ແຜນການຮ່ວມມື ວຽກງານມາດຕະຖານ ຂອງ ສ ປປ ລາວ ກັບ ສະຖານບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ.
ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຂອບເຂດການຮ່ວມມື ສຶກສາ, ຄົ້ນຄວ້າ, ທຳຄວາມເຂົ້າໃຈ ແລະ ກຳນົດແຜນພັດທະນາມາດຕະຖານ ທີ່ເປັນບູລິມະສິດ ຂອງ ສປປ ລາວ ໃນ 5 ຂົງເຂດ ເຊັ່ນ:
- ມາດຕະຖານດ້ານຜະລິດຕະພັນກະສຳກຳ;
- ມາດຕະຖານດ້ານຜະລິດຕະພັນແຮ່ທາດ;
- ມາດຕະຖານປັນຍາປະດິດ (AI);
- ມາດຕະຖານອຸປະກອນລົດໄຟຟ້າ (EV)
- ມາດຕະຖານຜະລິດຕະພັນ ຂັ້ນທ້ອງຖິ່ນ
ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ເຖິງຄວາມເປັນໄປໄດ້ ໃນການເຊື້ອເຊີນ ແລະ ແລກປ່ຽນບົດຮຽນ ກ່ຽວກັບມາດຕະຖານ ຂອງ ສປ ຈີນ ເພື່ອເປັນການຍົກລະດັບຂີດຄວາມສາມາດ ແລະ ກຽມຄວາມພ້ອມ ໃຫ້ແກ່ບຸກຄະລາກອນ ໃຫ້ ສປປ ລາວ ສາມາດຄຸ້ມຄອງມາດຕະຖານ, ການກວດສອບ ແລະ ຢັ້ງຢືນ ຕາມມາດຕະຖານສາກົນໄດ້.

ໝາຍເຫດ: ຂໍ້ມູນເພີ່ມເຕີມພົວພັນ ພະແນກມາດຕະຖານແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ