
ໃນວັນທີ 4/2/2026, ທ່ານ ສຸກອາລົມ ໂສສຸພັນ ຮອງຫົວໜ້າກົມ ມວ ພ້ອມຄະນະ ໄດ້ມີກອງປະຊຸມພົບປະກັບ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວ 4 ນຳໂດຍ ທ່ານ ປອ ຊາຍພອນ ເພັດບຸນມີ ພ້ອມຄະນະປະກອບມີ: ຫົວໜ້າດ່ານພາສີ, ຮອງຫົວໜ້າ ຕມ, ຮອງຫົວໜ້າຂະແຫນງກະສິກຳ, ຫ້ອງການບໍລິຫານ ແລະ ສາທາລະນະສຸກ.
ຈຸດປະສົງຂອງການລົງເຮັດວຽກຄັ້ງນີ້ ແມ່ນ :
- ເພື່ອປຶກສາຫາລືວຽກງານກວດສອບຄຸນນະພາບນ້ຳມັນເຊື້ອໄຟ ແລະ ສະເໜີນຳສົ່ງພະນັກງານທີ່ມາປະຈຳການໃຫ່ມ ຢູ່ຂົວສີ່
- ຕິດຕາມການເຮັດວຽກຂອງພະນັກງານ, ຫ້ອງກວດສອບຄຸນນະພາບນໍ້າມັນ ແລະ ຫ້ອງຢອດສານມາກເກີ້.
- ນອກຈາກນັ້ນ ກໍຍັງໄດ້ ແລກປ່ຽນການເຮັດວຽກຮ່ວມກັນ, ຮັບຟັງການສະເໜີຈາກຄະນະດ່ານ(ບັນຫາຄ່າໄຟຟ້າຄ້າງຊໍາລະ ແລະ ການປັບປຸງພື້ນຖານໂຄງລ່າງ), ການອອກໃບຢັ້ງຢືນການກວດສອບຄຸນນະພາບເພື່ອສຳລະພາສີ ແລະ ບັນຫາອື່ນໆ ແນໃສ່ການຮ່ວມກັນແກ້ໄຂ ແລະ ປັບປຸງໃຫ້ດີຂື້ນເທື່ອລະກ້າວ.




