
ໃນວັນທີ 5 ກຸມພາ 2026, ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມ ມວ ພ້ອມຄະນະ ໄດ້ມີກອງປະຊຸມພົບປະກັບ ຫົວໜ້າຄະນະຄຸ້ມຄອງດ່ານ ນໍ້າເຫືອງ ພ້ອມຄະນະປະກອບມີ: ຫົວໜ້າດ່ານພາສີ, ຮອງຫົວໜ້າ ຕມ
ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້:
– ເພື່ອປຶກສາຫາລືວຽກງານກວດສອບຄຸນນະພາບນ້ຳມັນເຊື້ອໄຟ ແລະ ສະເໜີນຳສົ່ງພະນັກງານທີ່ມາປະຈຳການໃຫ່ມ ຢູ່ດ່ານນໍ້າເຫືອງຄື:ທ້າວ ທະນູເພັດ ກິດພົມທອງ
– ຕິດຕາມການເຮັດວຽກຂອງພະນັກງານ
ນອກຈາກນັ້ນ ກໍຍັງໄດ້ ແລກປ່ຽນການເຮັດວຽກ ແນໃສ່ການຮ່ວມກັນແກ້ໄຂ ແລະ ປັບປຸງໃຫ້ດີຂື້ນ


