ກົມມາດຕະຖານ ແລະ ວັດແທກ

ກົມມາດຕະຖານແລະວັດແທກຮ່ວມສະເຫຼີມສະຫຼອງວັນຮັບຮອງສາກົນປະຈຳປີ2026 (World Accreditation Day 2026)

ໃນ​ວັນ​ທີ 9 ​ມິຖຸນາ 2026  ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມສະເຫຼີມສະຫຼອງ ” ວັນຮັບຮອງສາກົນ ປະຈຳປີ 2026 (World Accreditation Day 2026)” ເຊິ່ງເປັນວັນສຳຄັນລະດັບສາກົນ ທີ່ອົງການລະຫວ່າງປະເທດວ່າດ້ວຍການຮັບຮອງລະບົບວຽກງານຫ້ອງທົດລອງ (ILAC) ແລະ ຄະນະກຳມະທິການທີ່ປຶກສາດ້ານການຮັບຮອງສາກົນ (IAF) ກຳນົດຂຶ້ນໃນວັນທີ 9 ມິຖຸນາ ຂອງທຸກໆປີ.

ສຳລັບປີນີ້, ວັນຮັບຮອງສາກົນ ໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ຫຼັກ: “Innovation, Trust and Sustainability: The Power of Accreditation” (ນະວັດຕະກຳ, ຄວາມເຊື່ອໝັ້ນ ແລະ ຄວາມຍືນຍົງ: ພະລັງແຫ່ງການຮັບຮອງ) ເພື່ອສ່ອງແສງໃຫ້ເຫັນເຖິງບົດບາດອັນຊົງພະລັງຂອງວຽກງານການຮັບຮອງ ແລະ ປະເມີນຄວາມສອດຄ່ອງ (Accreditation) ໃນການເປັນຂົວຕໍ່ທີ່ຊ່ວຍຊຸກຍູ້ນະວັດຕະກຳໃໝ່ໆ, ສ້າງຄວາມເຊື່ອໝັ້ນໃນລະບົບເສດຖະກິດ ແລະ ນຳພາໄປສູ່ການພັດທະນາທີ່ຍືນຍົງ.

ໃນປັດຈຸບັນ, ພາກທຸລະກິດລ້ວນແຕ່ປະເຊີນກັບສິ່ງທ້າທາຍໃນການເຂົ້າເຖິງຕະຫຼາດ, ການແຂ່ງຂັນທີ່ເທົ່າທຽມ ແລະ ການຢັ້ງຢືນຄວາມສອດຄ່ອງຕາມຂໍ້ກຳນົດດ້ານກົດລະບຽບ. ໃນຂະນະດຽວກັນ, ຜູ້ບໍລິໂພກກໍ່ຕ້ອງການຄວາມໝັ້ນໃຈວ່າ ສິນຄ້າ ແລະ ບໍລິການ ທີ່ເຂົາເຈົ້າເລືອກຊື້ນັ້ນມາຈາກແຫຼ່ງ ທີ່ໜ້າເຊື່ອຖື, ມີຄຸນນະພາບ ແລະ ເປັນມິດກັບສິ່ງແວດລ້ອມ. ວຽກງານການຮັບຮອງ ແລະ ການປະເມີນຄວາມສອດຄ່ອງ ຈຶ່ງເປັນເຄື່ອງມືທີ່ໄດ້ຮັບການພິສູດແລ້ວວ່າ ສາມາດສ້າງຄວາມເຊື່ອໝັ້ນເຫຼົ່ານີ້ໃຫ້ເກີດຂຶ້ນໄດ້ຈິງ ໃນລະບົບເສດຖະກິດໂລກ ໂດຍຜ່ານຂໍ້ຕົກລົງການຮັບຮູ້ເຊິ່ງກັນ ແລະ ກັນ (Multilateral Recognition Arrangement – MRA) ທີ່ຊ່ວຍໃຫ້ພາກທຸລະກິດ ແລະ ອຸດສາຫະກຳສາມາດແຂ່ງຂັນໄດ້ໃນຕະຫຼາດສາກົນ.

ເນື່ອງໃນໂອກາດວັນສຳຄັນນີ້, ທ່ານ ບຣາຮີມ ຮູລາ (Brahim Houla), ປະທານອົງການ Global ACI ໄດ້ສົ່ງສານຢືນຢັນວ່າ: “ໃນຍຸກທີ່ເຕັກໂນໂລຊີມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຄວາມຄາດຫວັງດ້ານຄວາມຍືນຍົງເພີ່ມຂຶ້ນ, ທຸກໆຄວາມກ້າວໜ້າລ້ວນແຕ່ຕ້ອງການຫຼັກຖານຢັ້ງຢືນ. ການຮັບຮອງຈະຊ່ວຍໃຫ້ແນ່ໃຈວ່າວິທີການແກ້ໄຂບັນຫາໃໝ່ໆ (New Solutions) ແມ່ນມີຄວາມໜ້າເຊື່ອຖື, ສອດຄ່ອງກັບຂໍ້ກຳນົດຂອງອົງ ການຄຸ້ມຄອງ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ລູກຄ້າ”. ທ່ານ ປະທານ Global ACI ໄດ້ກ່າວຕື່ມວ່າ: “ວັນຮັບ ຮອງສາກົນ ປີ 2026 ໄດ້ເນັ້ນໜັກເຖິງບົດບາດອັນສຳຄັນໃນການຮັບປະກັນວ່າ ຜະລິດຕະພັນ, ບໍລິການ ແລະ ລະບົບການຄຸ້ມຄອງ ສອດຄ່ອງກັບມາດຕະຖານທີ່ຮັບຮູ້ຮ່ວມກັນ ແລະ ຖືກຕ້ອງຕາມຂໍ້ກຳນົດ. ວຽກງານນີ້ ຈະຊ່ວຍໃຫ້ນະວັດຕະກຳສາມາດກ້າວໄປຂ້າງໜ້າໄດ້ໄວຂຶ້ນ ແລະ ມີຄວາມປອດໄພກ່ວາເກົ່າ”

ສຳລັບ ສປປ ລາວ ກໍຄື, ກົມມາດຕະຖານ ແລະ ວັດແທກ ໃນນາມອົງການຄຸ້ມຄອງລັດ ໄດ້ຕັ້ງໜ້າຜັນຂະຫຍາຍຈິດໃຈດັ່ງກ່າວ ເຂົ້າໃນການພັດທະນາໂຄງລ່າງພື້ນຖານດ້ານຄຸນນະພາບແຫ່ງຊາດ (National Quality Infrastructure – NQI). ໂດຍສະເພາະແມ່ນການຊຸກຍູ້ ແລະ ຍົກລະດັບຄວາມສາມາດຂອງຫ້ອງທົດລອງພາຍໃນປະເທດ ໃຫ້ກ້າວໄປສູ່ການຮັບຮອງຕາມມາດຕະຖານສາກົນ (ເຊັ່ນ: ISO/IEC 17025, ISO/IEC 17020) ເພື່ອສ້າງ “ຄວາມເຊື່ອໝັ້ນ” ໃຫ້ແກ່ສິນຄ້າ ແລະ ບໍລິການຂອງລາວ ໃຫ້ເປັນທີ່ຍອມຮັບໃນເວທີສາກົນ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວສາມາດຮ່ວມມືປະສານງານກັບອົງການຮັບຮອງສາກົນ ດຳເນີນການຮັບຮອງຫ້ອງທົດລອງ ຢູ່ໃນ ສປປ ລາວ ໄດ້ຈຳນວນ 13 ຫ້ອງທົດລອງ ຕາມການກຳນົດຂອງມາດຕະຖານສາກົນວ່າດ້ວຍການຄຸ້ມຄອງຫ້ອງທົດລອງ (ISO/IEC 17025). ໃນນັ້ນຂົງເຂດຫ້ອງທົດລອງສອບທຽບຈຳນວນ 3 ຫ້ອງທົດລອງ, ຂົງເຂດຫ້ອງທົດລອງກວດສອບ ຈຳນວນ 10 ຫ້ອງທົດລອງ ທີ່ຜ່ານການຍອມຮັບ ແລະ ຮັບຮູ້ຈາກອົງການຈັດຕັ້ງສາກົນ.

ເນື່ອງໃນໂອກາດອັນມີຄວາມໝາຍນີ້, ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ກໍ່ໄດ້ມີຄຳເຫັນເພີ່ມເຕີມວ່າ: “ ກົມມາດຕະຖານ ແລະ ວັດແທກ ຈະສືບຕໍ່ຮ່ວມມືກັບບັນດາຂະແໜງການກ່ຽວຂ້ອງຢ່າງໃກ້ຊິດ ເພື່ອຍົກສູງວຽກງານການຮັບຮອງໃຫ້ເຂັ້ມແຂງ, ຮັບປະກັນໃຫ້ລະບົບການປະເມີນຄວາມສອດຄ່ອງຂອງລາວ ໃຫ້ກາຍເປັນເຄື່ອງມືທີ່ຊ່ວຍຮອງຮັບນະວັດຕະກຳ ແລະ ພາໄປສູ່ການເຕີບໂຕທາງເສດຖະກິດຢ່າງຍືນຍົງ.” ແລະ ຊ່ວຍໃຫ້ພື້ນຖານໂຄງລ່າງດ້ານຄຸນນະພາບ ແຫ່ງຊາດ ມີຄວາມເຂັ້ມແຂງ.

          ທັງໝົດທີ່ກ່າວມານີ້ ແມ່ນການສັງລວມເອົາບັນດາການເຄື່ອນໄຫວວຽກການຮັບຮອງຢູ່ຂອງສາກົນ ແລະ ຂອງ ສປປ ລາວ ແລະ ເປັນການສະເຫຼີມສະຫຼອງວັນຮັບຮອງສາກົນ ວັນທີ 9 ມິິຖຸຸນາ ຄົບຮອບ 17 ປີ ອີກດ້ວຍ.

Leave a Comment

Your email address will not be published. Required fields are marked *

Scroll to Top